ນັກສຶກສາ ທີ່ຈົບຮຽນ ບໍ່ຢາກ ກັບຄືນພູມ ລຳເນົາ

ນັກສຶກສາ ວິສະວະກອນ ທີ່ຈົບຮຽນແລ້ວນັ້ນ ສ່ວນຫລາຍຈະບໍ່ ຢາກກັບຄືນ ພູມລຳເນົາທີ່ເກີດ ຂອງຕົນເອງ ຈື່ງເປັນເຫຕໃຫ້ ມີກາຣຂາດແຄນ ນັກວິສະວະກອນຢູ່ ຕ່າງແຂວງຕລອດມາ
ຫວາດ ສີມູນ
2009.02.26

ທາງກາຣ ສປປລາວ ມີກາຣພັທນາຕາມເຂຕ ຊົນນະບົທ ຢູ່ຕ່າງ ແຂວງຢ່າງຫລວງຫລາຍ ຊື່ງຕ້ອງໄດ້ໃຊ້ ນັກວິສະວະກອນ ດຳເນີນວຽກງານ ແຕ່ວ່າຍັງມີບັນຫາ ເພາະຜູ້ທີ່ຮຽນຈົບ ຕາມແຂນງຫລັກວິຊາກາຣ ສະເພາະ ແລ້ວນັ້ນ ບໍ່ຢາກກັບຄືນໄປ ອາສັຍຢູ່ຕາມ ຖີ່ນເກົ່າພູມລຳເນົາ ຂອງຕົນແຕ່ຢ່າງໃດ ດັ່ງອາຈາຣໃນ ຄະນະ ວິສະວະກັມສາຕ ຂອງມະຫາວິທຍາລັຍ ແຫ່ງຊາຕນະຄອນຫລວງ ວຽງຈັນ ໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:

ກໍເປັນ ບັນຫາເພາະວ່າເປັນ ປະເທສກຳລັງ ພັທນາ ຄັນສິເວົ້າກໍແບບ ຄົນເຫລືອບໍ່ພໍ ຕ່າງຈັງຫວັດ (ແຂວງ) ເຂົາບໍ່ຢາກໄປ ມັນກໍມີ ມັນກໍຂາດ ແຕ່ຕົວຈີງຄົນເຮົາມັນ ກໍພໍຢູ່ສ່ວນຫລາຍ ມັນກໍແບບວ່າ ຄົນມັນອົພຍົພ ເຂົ້າມາຢູ່ໃນຕົວ ເມືອງໃຫຍ່ ມັນຂາດແຄນແນວນັ້ນ

ເຈົ້າໜ້າທີ່ລາວທ່ານນີ້ ແຈ້ງເພີ່ມວ່າ ສ່ວນຫລາຍແລ້ວ ນັກສຶກສ ທີ່ຈົບ ຈາກຕົວເມືອງໃຫຍ່ ນັ້ນ ຈະບໍ່ຢາກກັບໄປ ພັທນາໃນເຂຕບ້ານ ທີ່ຕົນເກີດໂດຽ ສະເພາະບ່ອນທີ່ ຢູ່ຫ່າງໄກຊອກຫລີກ ມີແຕ່ ຢາກອາສັຍຢູ່ ຕາມຕົວເມືອງໃຫຍ່ ຫລືວ່າຍ້າຍໄປ ອາສັຍ ຢູ່ຕາມປະເທສ ເພື່ອນບ້ານກໍມີ ຈື່ງເຮັດໃຫ້ເຂຕ ຊົນນະບົທມີ ບັນຫາກາຣຂາດ ແຄນວິສະວະກອນ ຕລອດມາ.

ແຕ່ສຳຫລັບ ກາຣສົ່ງ ໂຄຕ໊ານັກສຶກສາ ທີ່ຮຽນຈົບເພື່ອ ໄປປະຈຳວຽກງານ ຕາມເຂຕຊົນນະບົທນັ້ນ ທ່ານກໍວ່າ ທາງກາຣແຂວງໄດ້ ສົ່ງຈຳນວນທີ່ ຕ້ອງກາຣມາໃຫ້ ເພື່ອໃຫ້ ບັນດານັກສຶກສາ ໄດ້ເລືອກເອົາວ່າ ຕົນສົນໃຈຢາກຈະໄປ ປະຈຳ ກາຣຢູ່ໃນ ແຂວງໃດແດ່ນັ້ນ ທ່ານກໍໃຫ້ກາຣ ຊີ້ແຈງວ່າ:

ກໍມີ ແຕ່ວ່າມັນກໍ ບໍ່ຫລາຍ ແຕ່ກໍຄ່ອຍຊອກເອົາແຕ່ ລະປີ ແຕ່ເຮົາຢາກຈະ ໃຫ້ມັນໄດ້ 100% ນີ້ກໍເປັນໄປບໍ່ໄດ້ ພ້ອມດຽວກັນນີ້ ທ່ານກໍໄດ້ ເນັ້ນວ່າ ທາງກາຣສຶກສາ ຂອງລາວກໍພຍາຍາມ ທີ່ຈະ ສົ່ງເສີມບັນດາ ນັກສຶກສາໃຫ້ ໄດ້ຮັບຄວາມສະດວກ ເພື່ອໃຫ້ເຂົາເຈົ້າໄດ້ ກັບໄປສ້າງສາ ໃນເຂຕບ້ານເກີດ ເມືອງນອນເກົ່າຂອງເຂົາ ເຈົ້າເປັນປະຈຳ ແຕ່ຍັງມີບັນຫາ ຢູ່ຄືເກົ່າ ເທົ່າປັຈຈຸບັນນີ້

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.