ເງິນກູ້ ເພື່ອຊຸກຍູ້ ການກະເສດ

ເງິນໃຫ້ກູ້ຢືມ ເພື່ອຊຸກຍູ້ ການກະເສດ ລະດູແລ້ງ ບັນລຸພຽງແຕ່ 34 ສ່ວນຮ້ອຍ ຂອງແຜນການ
ໂພໄຊສວັດ
2009.02.17

ຫົວໜ້າຜະແນກສີນເຊື່ອ ແລະການຕລາດຂອງ ທະນາຄານສົ່ງເສີມ ກະສິກັມໄດ້ແຈ້ງວ່າ ການປ່ອຍສີນເຊື່ອ ເພື່ອຊຸກຍູ້ການຜະລິດ ລະດູແລ້ງໃນປີນີ້ ບັນລຸໄດ້ພຽງແຕ່ 34 ສ່ວນຮ້ອຍຂອງໂຕເລກທີ່ ໄດ້ວາງແຜນການໄວ້ ໃນຈຳນວນເງິນກວ່າ 88 ຕື້ກີບ.

ອັນນີ້ກໍເປັນເພາະວ່າ ຣາຄາຜົນຜະລິດກະສິກັມ ຂອງຊາວກະສິກອນ ຕົກຕໍ່າລົງຫລາຍບໍ່ກຸ້ມ ກັບຄ່າຂອງການລົງທຶນ. ເປັນຕົ້ນແມ່ນໝາກສາລີ ແລະພືດພັນອື່ນໆ. ດ້ວຍເຫດນີ້ຈຶ່ງເຮັດ ໃຫ້ພວກຂະເຈົ້າບໍ່ສາມາດ ໃຊ້ໜີ້ສີນຫລື ສືບຕໍ່ກູ້ຢືມເງິນ ຈາກທະນາຄານຕື່ມໄດ້.

ຕົ້ນຕໍແມ່ນຊາວກະສິກອນ ຢູ່ແຂວງໄຊຍະບູລີ, ຊຽງຂວາງແລະຫລວງພຮະບາງ ຊຶ່ງເປັນທ້ອງຖິ່ນ ທີ່ປູກໝາກສາລີ ໝາກເດືອຍແລະໝາກງາ ໄດ້ດີທີ່ສຸດ.ມາຮອດເດືອນກຸມພານີ້ ທະນາຄານສົ່ງເສີມກະສິກັມ ສາມາດປ່ອຍສີນເຊື່ອ ເພື່ອຊຸກຍູ້ການ ປູກເຂົ້ານາແຊງ ໃນທົ່ວປະເທດໄດ້ ພຽງແຕ່20ກວ່າ ຕື້ກີບທໍ່ນັ້ນ. ໃນຈຳນວນນີ້ ຈຳນວນໃຫຍ່ໆກໍມີ ນະຄອນຫລວງວຽງຈັນ ຢືມ8ຕື້ກວ່າກີບ, ຫລວງພຮະບາງ 2ຕື້ກວ່າກີບ ແລະທົ່ວແຂວງວຽງຈັນ ເອງອີກປະມານ 1ຕື້ກີບ.

ສຳລັບເງິນສີນເຊື່ອ ເພື່ອປູກພືດລະດູແລ້ງ ມີ27ຕື້ກວ່າກີບ ປ່ອຍໄດ້ພຽງແຕ່ 6ຕື້ກວ່າກີບທໍ່ນັ້ນ ໃນແຂວງໄຊຍະບູລີ 2ຕື້ກວ່າກີບ, ນະຄອນຫລວງວຽງຈັນ ປະມານ 1,47ຕື້ກີບ ແລະແຂວງບໍ່ແກ້ວ ມີແຕ່1.25ຕື້ກີບ.

ຜູ້ຮັບຜິດຊອບ ສີນເຊື່ອທະນາຄານ ໃຫ້ຄວາມເຫັນວ່າ ສະພາບການແບບນີ້ ໜ້າເປັນຫ່ວງຕໍ່ ລາຍຮັບຂອງຊາວ ກະສິກອນໃນປີ 2009 ເພາະວິກິດການ ເສດຖະກິດ ໂລກເຮັດໃຫ້ ໂຮງງານຜະລິດຫົວອາຫານ ຫລາຍໆແຫ່ງທີ່ເຄີຍຊື້ ໝາກສາລີໃຊ້ເປັນ ວັດຖຸດິບລົດຜ່ອນ ການຊື້ຢ່າງຫລວງຫລາຍ.

ເຫດການນີ້ເຮັດໃຫ້ ຊາວກະສິກອນບໍ່ໝັ້ນໃຈ ເພາະຢ້ານຂາດທຶນເມື່ອ ຜົນຜະລິດຂາຍບໍ່ໄດ້ ເມື່ອປີທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.