ຊາວບ້ານຈາກເຂື່ອນນໍ້າເທີນ ພົບຄວາມແຫ້ງແລ້ງ

ຊາວບ້ານ ທີ່ຖືກໂຍກຍ້າຍ ຈາກໂຄງການ ສ້າງເຂື່ອນ ໄຟຟ້າ ນໍ້າເທີນສອງ ປະເຊີນກັບ ຄວາມແຫ້ງແລ້ງ.
ສິດນີ
2010.08.02

ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ເຂື່ອນນ້ຳເທີນສອງ ທີ່ຮ່ວມເຂົ້າ ໃນໂຄງການ ສົ່ງເສີມ ອາຊີພລ້ຽງປາ ໄດ້ຮັບຄວາມ ເສັຽຫາຍ ຈາກພັຍ ແຫ້ງແລ້ງ ທີ່ເຮັດໃຫ້ ນ້ຳໃນບໍ່ ລ້ຽງປາ ຂອດແຫ້ງ ຈົນບໍ່ສາມາດ ລ້ຽງປາ ໄດ້ຫລາຍ ຕາມຄາດຫມາຍ ແລະໄດ້ແຈ້ງ ຕໍ່ທາງການ ໃຫ້ຊ່ວຍເຫລືອ ແຕ່ບໍ່ມີ ຫນ່ວຍງານໃດ ເຂົ້າມາ ເບີ່ງແຍງ ເຮັດໃຫ້ຂະເຈົ້າ ຕ້ອງໄດ້ຮັບ ພາຣະ ບັນຫາຫນີ້ສີນ ໂດຍບໍ່ຮູ້ ຈະຫາທາງ ອອກຢ່າງໃດ ດັ່ງຊາວບ້ານ ນາງນຶ່ງ ຈາກເມືອງ ເຊບັງໄຟ ເວົ້າວ່າ:

"ກະແຈ້ງ ໃຫ້ນາຍບ້ານ ຫນອງ ເຮົາລະ ນ້ຳແຫ້ງ ປາກໍ່ບໍ່ທັນ ໄດ້ໃຫຍ່ ນາຍບ້ານເພີ່ນ ກໍ່ໄປແຈ້ງ ການຢູ່ເມືອງ ຢູ່ຫ້ອງການ ແຕ່ກໍ່ບໍ່ໄດ້ ມາແນະນຳ ແນວໃດ ບໍ່ໄດ້ມາ ເບີ່ງຫນອງ ຂອງນາຍບ້ານ ກໍ່ແຫ້ງຈົນ ດີນແຕກເຄີບ ກໍ່ບໍ່ວ່າ ແນວໃດ ບໍ່ເຫັນ ໄຜມາກວດ".

ໂຄງການ ລ້ຽງປາ ເປັນໂຄງການ ສົ່ງເສີມ ອາຊີພທົດແທນ ຈາກໂຄງການ ເຂື່ອນນ້ຳເທີນສອງ ໃຫ້ປະຊາຊົນ ເຂົ້າຮ່ວມ ກູ້ຢືມທຶນ ປະມານ 2 ລ້ານກີບ ເພື່ອໃຊ້ໃນ ການລ້ຽງປາ ເປັນອາຊີພ ທົດແທນ ອາຊີພເດີມ ຊື່ງຄອບຄົວນາງ ກໍ່ໄດ້ ກູ້ຢືມເງິນ ມາປະກອບສ່ວນ ກັບເງິນຂອງຕົນ ປະມານ 3 ລ້ານກີບ ເພື່ອເປັນຄ່າ ຂຸດບໍ່ປາ ແລະ ຊື້ປາມາລ້ຽງ.

ແຕ່ຫລັງຈາກ ສະພາບແຫ້ງແລ້ງ ແຕ່ຊ່ວງ ທ້າຍປີ 2009 ມາຮອດ ປັດຈຸບັນ ເຮັດໃຫ້ບໍ່ປາ ພວກຂະເຈົ້າ ຕື້ນລົງ ຈົນໄດ້ເອົາ ປາອອກຂາຍ ທັ້ງໆທີ່ປາ ຍັງບໍ່ໃຫຍ່ ພຽງພໍ ເຮັດໃຫ້ຂາດທືນ ນາງເວົ້າເພີ້ມ ອີກວ່າ:

"ກະນ້ຳ ແຫ້ງແລ້ວ ກໍ່ກວດຂື້ນ ມາຂາຍ ຄັນບໍ່ ລ້ຽງພັດຊີ່ ເຮັດແນວໃດ ສີ່ປະໃຫ້ ເປັນຫນອງ ເປົ່າລ້າໆ ພັດຊີ່ເອົາ ເງີນສີໃດ ທົດແທນ ບ່ອນເພີ່ນຂຸດ ນັ້ນລະ 2 ລ້ານ ຊີ່ເອົາມາ ແຕ່ໃສ ດອກເບັ້ຽ ເພີ່ນກໍ່ເກັບ ແຕ່ລະເດືອນ ກໍ່ເດືອນນື່ງ 20 ພັນກີບ".

ເຖິງຢ່າງໃດ ກໍຕາມ ໃນຂນະນີ້ ປະຊາຊົນ ກໍບໍ່ຮູ້ວ່າ ຈະແກ້ໄຂ ບັນຫາ ດັ່ງກ່າວຢ່າງໃດ ຢາກໃຫ້ພາກ ສ່ວນກ່ຽວຂ້ອງ ເຂົ້າມາເບີ່ງແຍງ ສະພາບການ ດັ່ງກ່າວ ເພື່ອໃຫ້ ພວກຂະເຈົ້າ ສາມາດ ປະກອບອາຊີພ ໃຫ້ກຸ້ມຄອບຄົວ ຂອງພວກຂະເຈົ້າ ພ້ອມທັງມີເງີິນ ສົ່ງທືນ ພັທນາອາຊີພ ທີ່ຂະເຈົ້າ ຢືມມາ ເພາະເປັນ ເງີນຫມູນ ສຳລັບ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ໃນການໂຍກຍ້າຍ ຈາກເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.