ອົງກາຣ ນອກ ຣັຖບາລ ແລະ ນັກວິຊາກາຣ ຢັບຢັ້ງ ການສ້າງ ເຂື່ອນນ້ຳຂອງ
2008.05.29
ທ່ານ ມົນຕຣີ ຈັນທະວົງສ໌, ຫົວໜ້າ ມູລນິທິ ຟື້ນຟູ ຊີວີຕ ແລະ ທັມມະຊາຕ ພ້ອມດ້ວຍ ອົງກາຣ ຈັດຕັ້ງ ທີ່ ບໍ່ຂື້ນ ກັບ ຣັຖບາລ ແລະ ນັກວິຊາກາຣ ອື່ນໆ ຮວມ ທັງໝົດ 113 ຂະນະ, ໄດ້ ຮຽກທວງ ໃຫ້ທາງ ຣັຖບາລໄທຽ ຣະງັບ ຂໍ້ຕົກລົ ງກັບ ທາງກາຣ ສປປລາວ ໄວ້ ເສັຽກ່ອນ ຈົນກວ່າ ມີ ກາຣເປີດເຜີຽ ຂໍ້ມູລ ຣາຍລະອຽດ ກ່ຽວກັບ ໂຄງກາຣ ສ້າງເຂື່ອນ ຫລາຍໆ ແຫ່ງ ໃນ ແມ່ນ້ຳຂອງ ເພາະ ເປັນ ໂຄງກາຣ ທີ່ຈະສົ່ງ ຜົລກະທົບ ຫລາຍໆ ຢ່າງ ໃຫ້ແກ່ ປະຊາຊົນ ທັງ 2 ປະເທດ.
ສາເຫຕ ທີ່ ເຮັດໃຫ້ ທາງ ອົງກາຣ ຈັດຕັ້ງ ຕ່າງໆ ມີ ຄວາມເປັນຫ່ວງ ດັ່ງກ່າວ ກໍ ຍ້ອນວ່າ: ໃນ ມື້ ວັນທີ່ 25 ພຶສພາ ນີ້, ທ່ານ ສະມັກ ສຸນທະຣະເວຊ, ນາຍົກ ຣັຖມົນຕຣີ ໄທຽ ໄດ້ ກ່າວຢືນຢັນ ວ່າ: ທາງກາຣ ໄທຽ ໄດ້ ຕັດສິນ ທີ່ ຈະດຳເນີນ ໂຄງກາຣ ສູບນ້ຳ ຈາກ ແມ່ນ້ຳຂອງ ແລ ະໂຄງກາຣ ສ້າງເຂື່ອນ ໃນ ແມ່ນ້ຳຂອງ ຕື່ມອີກ 3 ແຫ່ງ ດ້ວຍກັນ ຣະຫວ່າງ ແຂວງເລີຽ ກັບ ແຂວງ ໄຊຍະບຸຣີ ພ້ອມກັບ ຢູ່ ທີ່ ເຂຕ ແຂວງ ໜອງຄາຍ ກັບ ແຂວງ ວຽງຈັນ ແລະ ເຂຕ ແຂວງ ອຸບົລຣາຊທານີ ໂດຽ ອ້າງວ່າ ຈະມີ ຜົລໄດ້ ຫລາຍກວ່າ ກາຣເສັຽຫາຍ.
ດ້ວຍ ເຫຕ ດັ່ງກ່າວ, ທາງ ຄະນະ ເຄືອຄ່າຍ ແລະ ອົງກາຣ ຈັດຕັ້ງ ຕ່າງໆ ຈຶ່ງໄດ້ ສົ່ງຈົດໝາຍ ເປີດຊອງ ໄປເຖິງ ນາຍົກ ຣັຖມົນຕຣີ ໄທ ໃຫ້ ພິຈາຣະນາ ພ້ອມທັງ ໃຫ້ ເປີດເຜີຽ ຂໍ້ມູລ ຕ່າງໆ ເພື່ອ ໃຫ້ ປະຊາຊົນ ໄດ້ ຮູ້ເຫັນ ແລະ ອອກ ຄວາມຄິດ ຄວາມເຫັນ ວ່າ ຈະ ເໝາະສົມ ຫລື ບໍ? ຫລື ຈະ ບໍ່ສ້າງຜົລກະທົບ ຕໍ່ ສະພາບ ແວດລ້ອມ ພ້ອມກັບ ຄວາມເສັຽຫາຍ ຂອງ ປະຊາຊົນ ທັງລາວ ແລະໄທຽ ຢ່າງ ຮອບຄອບ ເສັຽກ່ອນ.
ຄຳສັບ ຊອກຫາຂໍ້ມູນ: ເຂື່ອນເກັບນ້ຳ Reservoir