ເຂື່ອນນໍ້າລີກ 1-2 ເປີດໃຊ້ແລ້ວ
2010.08.31
ເຂື່ອນຜລິດ ກະແສໄຟຟ້າ ນໍ້າລີກ 1-2 ທີ່ສາມາດ ຜລິດໄຟຟ້າ ໄດ້ 100 MW ແລະ ສ້າງໂດຍ ບໍຣິສັດ ຈາກປະເທດຈີນ ໄດ້ເປີດໃຊ້ແລ້ວ ຕາມລາຍງານ ຂອງເວບໄຊທ໌ Earth times ທີ່ອ້າງຕາມ ລາຍງານຂ່າວ ໃນລາວ ຂອງວັນອັງຄານ ນີ້.
ເຂື່ອນຜລິດ ກະແສໄຟຟ້າ ນໍ້າລີກ 1-2 ມີມູນຄ່າ ການກໍ່ສ້າງ 150 ລ້ານ ໂດລາ ສະຫະຣັຖ ຕັ້ງຢູ່ເຂດ ເມືອງເຟືອງ ຢູ່ພາກເໜືອຂອງ ນະຄອນຫລວງ ວຽງຈັນ ປະມານ 150 km. ການເປີດເຂື່ອນ ມີຂື້ນກ່ອນ ກໍານົດ. ລາຍງານວ່າ ໄຟຟ້າ ຈາກເຂື່ອນຈະຕໍ່ ເຂົ້າລະບົບ ສາຍສົ່ງແຫ່ງຊາດ ເພື່ອຕອບສນອງ ຄວາມຕ້ອງການ ໄຟຟ້າ ໃນລາວ ຊື່ງມີເພີ້ມຂື້ນ ປີນື່ງ ປະມານ 10%. ປັດຈຸບັນ 70% ຂອງຄົວເຮືອນ ໃນທົ່ວປະເທດ ມີໄຟຟ້າ ໃຊ້ແລ້ວ. ພາຍໃນປີ 2020 ນີ້ຣັຖບານ ຄາດວ່າ ຈະສາມາດ ສນອງໄຟຟ້າ ໃຫ້ 90% ຄົວເຮືອນ ທົ່ວປະເທດ ໄດ້ໃຊ້.
ປັດຈຸບັນ ສປປ ລາວ ມີເຂື່ອນຜລິດ ກະແສໄຟຟ້າ 14 ແຫ່ງ ແຕ່ວ່າ ໄຟຟ້າ ທີ່ຜລິດໄດ້ນັ້ນ ສ່ວນຫລາຍຈະສົ່ງ ໄປຂາຍຢູ່ ປະເທດໄທ. ສໍາລັບໄຟຟ້າ ທີ່ຜລິດຈາກ ເຂື່ອນ ນໍ້າລີກ 1-2 ນີ້ ທັງໝົດຈະຂາຍ ໃຫ້ບໍຣິສັດ ວິສາຫະກິດ ໄຟຟ້າລາວ. ເຂື່ອນໄຟຟ້າ ແຫ່ງນີ້ 90% ເປັນການລົງທືນ ຮ່ວມຂອງ ບໍຣິສັດ International Water electric corporation ຈາກປະເທດຈີນ ແລະ 10% ເປັນການລົງທືນ ຂອງບໍຣິສັດ ໄຟຟ້າລາວ. ການກໍ່ສ້າງ ໄດ້ໃຊ້ເວລາ 39 ເດືອນ.
ຕາມສັນຍາ ການສໍາປະທານ ນັ້ນ ບໍຣິສັດ ຂອງຈີນ ເປັນຜູ້ສ້າງ ເປັນເຈົ້າຂອງ ແລະ ດໍາເນີນກິຈການ ເປັນເວລາ 25 ປີ ກ່ອນຈະມອບ ໃຫ້ຣັຖບານ ລາວ.