ໂຄງການສ້າງເຂື່ອນໃນລາວ

ການໂຍກຍ້າຍປະ ຊາຊົນຜູ້ທີ່ໄດ້ຮັບຜົນ ກະທົບຈາກການ ສ້າງເຂື່ອນນອກຈາກ ຄ່າໃຊ້ຈ່າຍແພງແລ້ວ ຍັງສົ່ງກະທົບຕໍ່ວິຖີຊີວີດ

0:00 / 0:00

ເຈົ້າຫນ້າທີ່ລາວ ເວົ້າວ່າ ການໂຍກຍ້າຍປະຊາຊົນ ຜູ້ທີ່ໄດ້ຮັບຜລົກະທົບຈາກການສ້າງເຂືອ່ນ ນອກຈາກຄ່າໃຊ້ຈ່າຍແພງແລ້ວ ຍັງສົ່ງກະທົບຕໍ່ວິຖີຊີວີດ ຂອງປະຊາຊົນ ໃນຣະຍະຍາວນຳອີກ ເຈົ້າຫນ້າກ່ຽວຂ້ອງ ຈາກໂຄງການສ້າງເຂືອ່ນໃນລາວ ຣະບຸວ່າ ປະຊາຊົນສ່ວນໃຫຍ່ ກໍ່ບໍ່ຢາກໂຍກຍ້າຍຈາກບ້ານເກີດເມືອງນອນ ແຕ່ດືກດຳບັນຂອງພວກຂະເຈົ້າ ກ່ອນຈະຕັ້ງຕົວໄດ້ ກໍ່ຕ້ອງໃຊ້ເວລາຍາວນານ, ການໂຍກຍ້າຍ ສ້າງຄວາມເສັຽຫາຍໃຫ້ແກ່ພວກຂະເຈົ້າເປັນອັນມາກ ດັ່ງທ່ານກ່າວ ໃນຕອນນື່ງວ່າ ບໍ່ຍ້າຍດີທີ່ສຸດ ຕມຄວາມຈຳເປັນ ເພາະວ່າ ຍ້າຍຍຸ້ງຍາກລຳບາກຫລາຍ ການໂຍກຍ້າຍຄັ້ງນື່ງເສັຽຕັ້ງເຍີ້ະ ມັນກໍ່ລຳບາກສຳລັບປະຊາຊົນ.
ທ່ານວ່າ ປະຊາຊົນຜູ້ທີ່ຖືກໂຍກຍ້າຍ ສ່ວນໃຫຍ່ ຕອ້ງຊອກຫາທີ່ທຳມາຫາກີນບໍ່ແມ່ນສເພາະແຕ່ເຄຫາສຖານເທົ່ານັ້ນການທຳມາຫາ ກີນປະເພດ ປູກຝັງເຮັດ ໃຮ່ເຮັດນາ ກໍ່ອາສັຍເງີນທືນໃນການເລີ້ມຕົ້ນ ການຊົດເຊີຍຂອງຣັຖບານແລະຂອງກຸ່ມນັກລົງທືນນັ້ນ ກໍ່ພຽງແຕ່ຊົ່ວຣະຍະນື່ງເທົ່ານັ້ນ. ຖ້າບໍ່ໄດ້ຜລົໃນປີທຳອີດ ປີຕໍ່ໄປ ປະຊາຊົນກໍ່ເປັນຜູ້ຮັບພາຣະເອງ ເນືອ່ງຈາກເປັນພື້ນທີ່ໃຫມ່ ປະຊາຊົນ ກໍ່ຍັງບໍ່ທັນຄຸ້ນເຄີຍ ໃນການທຳມາຫາກີນ ເຫມືອນດັ່ງບ່ອນທີ່ເຂົາເຄີຍຢູ່ມາແລ້ວ.
ທ່ານກ່າວເພີ້ມອີກວ່າ----ແມ່ນຢູ່ຣັຖບານຈັດໃຫ້ ແຕ່ວ່າສີ່ງທີ່ໄດ້ດີຢ່າງເດີມໆນັ້ນແທ້ ກໍ່ເປັນໄປບໍ່ໄດ້ ຕອ້ງຫລາຍໆປີ ຕ້ອງມີການພທັນາຫລາຍປີ ພັທນາ ຕໍ່ໆເລືອ້ຍໆ ຈື່ງຈະຊ້ຳເກົ່າ ເຖີງຢ່າງໃດ ກໍ່ຕາມ ທ່ານວ່າ ປະຊາຊົນສ່ວນໃຫຍ່ນັ້ນ ກໍ່ບໍ່ຢາກຍ້າຍ ແຕ່ກໍ່ຈຳເປັນ ເພາະຂັດຂວາງ ໂຄງການພັທນາ ຂອງຣັຖບານບໍ່ໄດ້. ການປັບປ່ຽນຊີວີດໃຫມ່ຂອງພວກຂະເຈົ້າ ຕ້ອງໃຊ້ເວລາຍາວນານ ບາງຄອບຄົວ ກໍ່ຫນີໄປຈາກທີ່ນັ້ນເລີຍ ເພາະບໍ່ຢາກເຫັນຄວາມຊົງຈຳ ໃນພື້ນທີ່ຂອງ ປູ່ຍ່າຕາຍາຍ ສ້າງຂື້ນຫລາຍເຊັ່ນຄົນ ທີ່ຖືກທຳລາຍຍ້ອນການສ້າງເຂືອ່ນຂອງກຸ່ມນັກລົງທືນຕ່າງຊາດ.