ກົດຟັງສຽງ
ໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ເລີ້ມມີການ ສຳຣວດຄືນ ໃໝ່ອີກ ຫລັງຈາກທີ່ໄດ້ ມີກຸ່ມນັກລົງທຶນ ລາຍໃໝ່ ໃຫ້ຄວາມສົນໃຈ ໃນການພັທນາ.
ປັດຈຸບັນນີ້ ໄດ້ມີການສຶກສາ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຄ່າທົດແທນ ໃຫ້ແກ່ຊາວບ້ານ ກ່ອນທີ່ຈະພັທນາ ໂຄງການດັ່ງກ່າວ. ກະແສໄຟຟ້າ ຈາກໂຄງການ ດັ່ງກ່າວ ຈະຂາຍໃຫ້ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ EGAT ຊຶ່ງຄາດວ່າ ຈະສາມາດ ເລີ້ມຂາຍໄດ້ ປະມານປີ 2018. ເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງ ອັດຕະປື ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ເພິ່ນໄດ້ຈ້າງ ບໍຣິສັດທີ່ປຶກສາ ສິ່ງແວດລ້ອມ ມາປະເມີນຄືນ ສຳຣວດມາແລ້ວ ແຕ່ດົນພຸ້ນເນ໋າະ 10 ກວ່າປີຜ່ານມາ ບໍ່ຮູ້ວ່າຈະມີ ການປ່ຽນແປງ ຈັ່ງໃດອີກ ເພາະກະການ ດຳຣົງຊີວິດ ຂອງປະຊາຊົນ ກໍປ່ຽນ ຕອນນີ້ກໍລວຍ (ດີ) ຂຶ້ນ ສົມມຸດວ່າ ມີກໍຣະນີ ຊົດເຊີຍ ເຂົາກໍຢາກໄດ້ ຄ່າແພງຂຶ້ນ ມັນບໍ່ຄືແຕ່ເກົ່າ".
ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ໄດ້ເລີ້ມສຳຣວດ ພ້ອມກັນກັບ ໂຄງການ ເຂື່ອນຫ້ວຍເຫາະ ແຕ່ຜູ້ລົງທຶນ ເກີດການຕິດຂັດ ໂຄງການ ນີ້ຈຶ່ງຢຸດໄປ. ບາດນີ້ໄດ້ມີ ກຸ່ມນາຍທຶນ ທີ່ມີຄວາມສົນໃຈ ຢາກມາສືບຕໍ່ ກິຈການດັ່ງກ່າວ ໂດຍມີບໍຣິສັດ ຣາຊບຸຣິີໂຮນດິ້ງ ຂອງໄທຖືຮຸ້ນ 25 ສ່ວນຮ້ອຍ ບໍຣິສັດ SK Engineering and Construction ຂອງເກົາຫລີ ຖືຮຸ້ນ 26 ສ່ວນຮ້ອຍ ກຸ່ມ Korea Western Power ຖືຮຸ້ນ 25 ສ່ວນຮ້ອຍ ແລະ ກອງທຶນຂອງ ຣັຖບານລາວ ຖືຮຸ້ນ 24 ສ່ວນຮ້ອຍ.
ເມື່ອ 2 ປີ ກ່ອນ ໂຄງການເຂື່ອນ ໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ໄດ້ມີການເຊັນ MoU ຊື້ຂາຍກະແສ ໄຟຟ້າໃຫ້ແກ່ EGAT ແຕ່ກໍມີບັນຫາ ເມື່ອຄວາມຕ້ອງການ ໃຊ້ໄຟຟ້າ ໃນໄທຫລຸດໜ້ອຍລົງ ຍ້ອນພາວະເສຖກິດ ຫົດຖອຍ ແລະ ຣາຄາອຸປກອນ ໃນການກໍ່ສ້າງ ແພງຂຶ້ນເຮັດໃຫ້ ຣາຄາສເນີຂາຍ ກະແສໄຟຟ້າ ບໍ່ຄຸ້ມຄ່າ ເລີຍຕ້ອງໄດ້ປ່ອຍ ໃຫ້ MoU ໝົດອາຍຸໄປ.
ມາຮອດ ປັດຈຸບັນນີ້ ກໍໄດ້ມີການ ເຊັນ MoU ຊື້ຂາຍກະແສ ໄຟຟ້າໃຫ້ແກ່ EGAT ຄືນໃໝ່ ອີກເມື່ອ ເດືອນສິງຫາ 2010. ຄາດວ່າການ ກໍ່ສ້າງ ໂຄງການເຂື່ອນ ໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ທີ່ຈະຜລິດ ກະແສໄຟຟ້າໄດ້ 390 ເມັກກະວັດ ແລະ ງົບປະມານ ກໍ່ສ້າງ 870 ລ້ານໂດລາ ສະຫະຣັຖ ຈະເລີ້ມພາຍໃນ ປີ 2011 ນີ້.