ຊາວບ້ານເທີນຫີນບູນ ຍັງມີບັນຫາຄ່າຊົດເຊີຍ

ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກການສ້າງເຂື່ອນ ເທີນຫີນບູນ ພາກຂຍາຍ ໃນແຂວງ ບໍຣິຄໍາໄຊ ມີບັນຫາ ກັບບໍຣິສັດ ເທີນຫີນບູນ ໃນການຈ່າຍຄ່າ ທົດແທນ.
ມະນີຈັນ
2010.05.11

ການໂຍກຍ້າຍ ປະຊາຊົນ ທີ່ໄດ້ຮັບຜົລ ກະທົບ ຈາກການສ້າງເຂື່ອນ ເທີນຫີນບູນ ພາກຂຍາຍ ລະຍະ 2  ໃນແຂວງ ບໍຣິຄໍາໄຊ ເກີດມີບັນຫາ ຣະຫວ່າງ ປະຊາຊົນ ແລະ ບໍຣິສັດເທີນຫີນບູນ ເລື່ອງການຈ່າຍຄ່າ ທົດແທນຍ້ອນວ່າ ບໍຣິສັດ ບໍ່ມີຂໍ້ມູນທີ່ ຊັດເຈນ ແລະມີ ປະຊາຊົນ ຈໍານວນນຶ່ງຕ້ອງ ການຄ່າທົດແທນ ໃນຈໍານວນທີ່ ຫລາຍກວ່າທາງ ບໍຣິສັດ ຊົດເຊີຍໃຫ້. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຮັບ ຜິດຊອບໂຄງການ:

"ບັນຫາກໍມີ ຢູ່ກ່ຽວກັບເລື່ອງ ການທົດແທນ ການຊົດເຊີຍກ່ຽວກັບ ເລື່ອງຊັບສິນຂອງ ຊາວບ້ານບາງຄັ້ງ ຂໍ້ມູນກໍຍັງ ບໍ່ທັນຊັດເຈນ ຕ້ອງໄດ້ເຊັນຂໍ້ມູນ ໃຫ້ມັນຊັດເຈນ ຕ້ອງໃຫ້ມັນຖືກ ຕ້ອງຕາມຕົວຈິງ".

ບັນຫາການຈ່າຍ ຄ່າທົດແທນ ບໍ່ກົງກັບຄວາມ ເປັນຈິງນັ້ນ ເຈົ້າໜ້າທີ່ ບອກວ່າເປັນຍ້ອນ ບາງຄອບຄົວບໍ່ໄດ້ ແຈ້ງພື້ນທີ່ຕາມ ຄວາມເປັນຈິງ ຊຶ່ງກໍອາຈເກີດ ຈາກການ ຄໍານວນພື້ນທີ່ ດ້ວຍຕົນເອງ ໂດຍບໍ່ໄດ້ໃຊ້ ການວັດແທກທີ່ ຖືກຕ້ອງ ຫລືທາງບໍຣິສັດ ໄດ້ໃຫ້ຄ່າຕອບແທນ ຕາມຄວາມເປັນຈິງ ແຕ່ປະຊາຊົນ ບໍ່ພໍໃຈ ແລະຢາກໄດ້ຄ່າ ທົດແທນທີ່ສູງກວ່າ ສະພາບຄວາມເປັນຈິງ ເຮັດໃຫ້ໜ່ວຍງານ ທີ່ຮັບຜິດຊອບ ຕ້ອງເຂົ້າມາກວດສອບ ແລະໄກ່ເກັ່ຽບັນຫາ ຣະຫວ່າງຊາວບ້ານ ກັບບໍຣິສັດ ເທີນຫີນບູນ

ພ້ອມດຽວກັນ ກໍຍັງມີບັນຫາ ເລື່ອງຣົດຂົນສົ່ງ ໂຍກຍ້າຍ ປະຊາຊົນ ແລະຊັພສິນຂອງ ປະຊາຊົນ ທີ່ບໍ່ພຽງພໍ ຕາມທີ່ໄດ້ກໍານົດ ໄວ້ໃນເບື້ອງຕົ້ນ ເຮັດໃຫ້ ປະຊາຊົນ ຈໍານວນນຶ່ງ ຍັງບໍ່ສາມາດ ຍ້າຍອອກໄປໄດ້:

"ເລື່ອງບໍຣິສັດ ກັບຊາວບ້ານ ມັນມີຢູ່ດີແລ້ວ ຈະເປັນກ່ຽວກັບ ການໂຍກຍ້າຍ ຫລາຍກວ່າເປັນຕົ້ນ ການຂົນສົ່ງຊັພສິນ ບໍ່ທັນເວລາ ທ້ຽວຣົດ ທ້ຽວຂົນສົ່ງຣົດ ກໍບໍ່ພຽງພໍ ຈະເປັນຢ່າງນັ້ນ".

ເຈົ້າໜ້າທີ່ ຮັບຜິດຊອບໂຄງການ ສ້າງເຂື່ອນເທີນຫີນບູນ ພາກຂຍາຍໃນແຂວງ ບໍຣິຄໍາໄຊ ກ່າວສລຸບວ່າ ການຊົດເຊີຍເລື່ອງ ຊັພສິນ ໃຫ້ປະຊາຊົນ ທີ່ຕ້ອງໂຍກຍ້າຍ ໃນລະຍະ 2 ນີ້ ຍັງບໍ່ສໍາເຣັດ ສົມບູນ ຊຶ່ງຍັງຄົງເຫລືອ ການກວດກາຊັບສິນ ຂອງປະຊາຊົນ ອີກປະມານເຄິ່ງນຶ່ງ ຂອງຈໍານວນ ຜູ້ໂຍກຍ້າຍທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.