ການກວດສອບຜົນເສັຽຫາຍ ຂອງປະຊາຊົນຈາກເຂື່ອນ ເທີນຫີນບູນພາກຂຍາຍ
2009.12.04
ການໂຍກຍ້າຍ ແລະ ຈັດສັນ ທີ່ຢູ່ໃໝ່ ໃຫ້ກັບປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນເທີນຫີນບູນ ພາກຂຍາຍ ມີຄວາມຄືບໜ້າຫລາຍແລ້ວ, ຊຶ່ງໃນຂນະນີ້ ເຈົ້າໜ້າທີ່ ໄດ້ກວດກາ ຊັພສິນຄືນໃໝ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຄືນໃໝ່ ເພື່ອກຽມໂຍກຍ້າຍ ໄປຢູ່ບ່ອນທີ່ຈັດສັນ ໃຫ້ໃໝ່. ຄາດວ່າ ການໂຍກຍ້າຍ ຈະຈັດຂຶ້ນ ໃນເດືອນພຶສພາ ປີ 2010.
ເຈົ້າໜ້າທີ່ ຈາກໜ່ວຍງານຄຸ້ມຄອງການໂຍກຍ້າຍ ຂອງໂຄງການຂຍາຍໄຟຟ້າ ເທີນຫີນບູນ ພາກຂຍາຍ ແຂວງບໍຣິຄໍາໄຊ ກ່າວວ່າ:
”ດຽວນີ້ ກໍາລັງໄປ ກວດກາ ຊັພສິນ ຂອງຊາວບ້ານ ທັງ 5 ບ້ານ, ສິ່ງທີ່ໄດ້ເກັບກໍາ ຂໍ້ມູນ ໃນປີ 2007 ນັບໄປຊ໋ວງນີ້ ມັນຄືກັນບໍ່? ຖ້າບໍ່ຄື ກໍຕ້ອງໄປເກັບກໍາ ຂໍ້ມູນ ທີ່ປະຊາຊົນ ສເນີມາ ໂດຍມີຫລັກຖານ ທີ່ຢັ້ງຢືນ ຢ່າງໜັກແໜ້ນ ຈາກອໍານາດ ການປົກຄອງ.”
ຖ້າຫາກວ່າ ກວດກາສໍາເຣັດແລ້ວ, ເຈົ້າໜ້າທີ່ ຈະສລຸບວ່າ ມີຈັກຄອບຄົວ ທີ່ຈະໄປນໍາໂຄງການ ແລະ ມີຈັກຄອບຄົວ ຈະໄປນອກໂຄງການ. ຈາກນັ້ນ ເຈົ້າໜ້າທີ່ ຈະຈັດສັນພື້ນທີ່ ໃຫ້ປະຊາຊົນໄດ້ ຢ່າງຖືກຕ້ອງ. ສ່ວນປະຊາຊົນ ທີ່ຈະໄປນໍາໂຄງການ ຕ້ອງເລືອກແບບບ້ານ ທີ່ມີໃຫ້ເລືອກ 10 ແບບ ແລະ ຫລັງຈາກນັ້ນ ຈະມີການວັດແທກ ເພື່ອປຸກສ້າງເຮືອນ ໃຫ້ກັບຂະເຈົ້າ.
ເຖິງຢ່າງໃດ ກໍດີ, ສໍາລັບ ການໂຍກຍ້າຍ ຈະເຣີ້ມຂຶ້ນ ພາຍຫລັງ ທີ່ຂັ້ນຕອນ ດັ່ງກ່າວ ສໍາເລັດແລ້ວ, ໂດຍການໂຍກຍ້າຍ ໃນຣະຫວ່າງ ເດືອນເມສາ ຫາ ເດືອນພຶສພາ, ດັ່ງເຈົ້າໜ້າທີ່ ກ່າວໃນຕອນນຶ່ງ ວ່າ:
”5 ບ້ານນີ້ ຈະເປັນກຸ່ມທີ 2, ເປັນກຸ່ມທີ 2 ກຸມໃຫຍ່ ມີ 5 ໝູ່ບ້ານ ກໍມີຈໍານວນຄົນຫລາຍ ຈະຍ້າຍ ພາຍໃນເດືອນ ເມສາ ຫາ ເດືອນພຶສພາ.”
ໝູ່ບ້ານ ທີ່ຈະຖືກໂຍກຍ້າຍນັ້ນ ໄດ້ແກ່ ບ້ານ ຊອດ, ບ້ານປອນ, ບ້ານບຸງ, ບ້ານຈະແລດ ແລະ ບ້ານ ກະອານ, ຊຶ່ງຈະຍ້າຍ ຈາກເມືອງຄໍາເກີດ ໄປຢູ່ ເຂດບ້ານ ສົບພວນ ແລະ ເຂດບ້ານໂພນທອງ, ແລ ະ ຍັງເຫລືອ ອີກ 5 ບ້ານ ທີ່ຈະຕ້ອງໂຍກຍ້າຍ ໃຫ້ແລ້ວ ໃນປີ 2011 ຕາມແຜນການ ທີ່ໄດ້ວາງເອົາໄວ້.