ເຂື່ອນນໍ້າເທີນ 2 ຕຽມສ້ອມແປງ ປະຕູນໍ້າ ເພື່ອ ປ້ອງກັນນໍ້າຖ້ວມ

ໜ່ວຍງານຄຸ້ມຄອງ ໄພພິບັດແຂວງຄໍາມ່ວນ ຮ່ວມກັບເຂື່ອນນໍ້າເທີນ2 ຕຽມໂຄງການສ້ອມແປງ ປະຕູນໍ້າຕາມ ສາຂາເຊບັ້ງໄຟ ເພື່ອປ້ອງກັນນໍ້າຖ້ວມ ທີ່ອາຈເກີດຂຶ້ນ ໃນຣະຫວ່າງ ເດືອນ8 ເດືອນ9ນີ້.
ມະນີຈັນ
2009.08.05

ເນື່ອງຈາກການປ່ອຍນໍ້າ ໃນເຂື່ອນນໍ້າເທີນ2 ເຮັດໃຫ້ຣະດັບນໍ້າຂອງ ເພິ່ມຂຶ້ນ ຊຶ່ງອາຈເກີດສະພາບ ນໍ້າຖ້ວມໄດ້ ໃນໄລຍະທີ່ ຝົນຕົກໜັກ. ເຈົ້າໜ້າທີ່ຈາກໜ່ວຍງານ ຄຸ້ມຄອງໄພພິບັດ ແຂວງຄໍາມ່ວນກ່າວວ່າ:

"ດຽວນີ້ພວກເຮົາ ສົມທົບກັບນໍ້າເທີນ2 ນໍ້າເທີນ2ຈະຊ່ວຍ ສ້ອມແປງປະຕູນໍ້ານີ້ ແລ້ວກໍຊ່ວຍສ້ອມເສີມ ຄັນນໍ້ານີ້ຢູ່ເມືອງ ໜອງບົກ ຈໍານວນນຶ່ງ ເມືອງເຊບັ້ງໄຟ ຈໍານວນນຶ່ງ ເມືອງໜອງບົກນີ້ ອາຈມີ7ແຫ່ງ ເຊບັ້ງໄຟ ກໍອາຈມີ4ແຫ່ງ 5ແຫ່ງນີ້ແຫລະ."

ການສ້ອມແປງ ປະຕູນໍ້າ ເປັນນຶ່ງໃນໂຄງການ ຂອງເຂື່ອນນໍ້າເທີນ2 ທີ່ຕ້ອງໄດ້ເຮັດ ເພື່ອປ້ອງກັນຜົລກະທົບ ທີ່ອາຈເກີດຂຶ້ນ ໃນເມືອງທີ່ຢູ່ໃຕ້ລົງມາ ຄືເມືອງມະຫາໄຊ ເຊບັ້ງໄຟ ແລະໜອງບົກ ຊຶ່ງການສຶກສາ ພົບວ່າການປ່ອຍນໍ້າຂອງ ເຂື່ອນນໍ້າເທີນ2 ອາຈເຮັດໃຫ້ຣະດັບນໍ້າ ໃນແມ່ນໍ້າຂອງສູງຂຶ້ນ ແລະໃນໄລຍະ ຝົນຕົກໜັກ ປະກອບກັບການເປີດ ການຜລິດກະແສໄຟຟ້າ ຢ່າງເປັນທາງການ ຂອງເຂື່ອນນໍ້າເທີນ2 ກໍອາຈເຮັດໃຫ້ ເກີດນໍ້າຖ່ວມໄດ້ ທ່ານກ່າວຕໍ່ໄປວ່າ:

"ຂະເຈົ້າສໍາຣວດໄວ້ແລ້ວ ທາງເຮົາກໍຄິດເຫັນວ່າ ມີຜົລກະທົບແນ່ນອນ ເພາະວ່າຣະຍະຫລັງ ຫລັງຈາກນໍ້າຖ້ວມ ມັນຈະມີຫລາຍ ສາຂາຕື່ມ ນຶ່ງນີ່ມັນຈະເປັນນໍ້າ ເຊບັ້ງໄຟ ຫລັງຈາກນັ້ນ ກໍມີຫລາຍສາຂາ ແມ່ນໍ້າໄຫລມາຈາກຫັ້ນ ມັນມີຫລາຍ ແລ້ວກໍບວກການ ປ່ອຍນໍ້າເທີນ ມັນກໍຊິຍຶ່ງຂຶ້ນແຫລະ ຂະເຈົ້າຊິປິດໄວ້ ບໍ່ໃຫ້ມັນ ໄຫລຖ້ວມ ເຂົ້າທົ່ງໄຮ່ທົ່ງນາ ຂອງປະຊາຊົນ."

ທີ່ຜ່ານມາການປ່ອຍ ນໍ້າຂອງ ເຂື່ອນນໍ້າເທີນ2 ຍັງບໍ່ສົ່ງຜົລ ໃຫ້ເກີດນໍ້າຖ້ວມ ໃນບໍຣິເວນເມືອງ ທີ່ຢູ່ໃຕ້ອ່າງນັ້ນເທື່ອ ແລະຂນະນີ້ ໂຄງການສ້ອມແປງ ປະຕູນໍ້ານັ້ນ ຍັງຢູ່ຣະຫວ່າງ ການປຶກສາຫາຣື ແລະຫາບໍຣິສັດ ທີ່ຈະມາດໍາເນີນການ  ຊຶ່ງຄາດວ່າ ການສ້ອມແປງ ປະຕູນໍ້າທັງ 12ແຫ່ງນີ້ ຈະຕ້ອງແລ້ວເສັດ ກ່ອນເດືອນ9.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.