ອົງການຟື້ນຟູຊີວິດ ແລະທັມມະຊາດ ຫລື TERRA ສເນີໃຫ້ທະນາຄານ ພັທນາເອເຊັຍ ຫລື ADB ຮັບຟັງຄວາມເຫັນ ທີ່ແຕກຕ່າງກັນ ຂອງຫລາຍໜ່ວຍງານ ກ່ອນຈະຕັດສິນໃຈ ສນັບສນູນ ໂຄງການພັທນາຕ່າງໆ ໃນເຂດລຸ່ມແມ່ນ້ຳຂອງ.
ໃນການສັມມະນາ ກ່ຽວກັບບັນຫາ ການພັທນາທາງ ດ້ານການເງິນ ຂອງທະນາຄານ ພັທນາເອເຊັຍ ທີ່ປະເທດໄທ ໃນວັນທີ 16 ພຶສຈິກາ 2009 ນີ້ ທ່ານ ສີສຸວັນ ຄວນຂະຈອນ ຜູ້ອຳນວຍການ ໂຄງການຟື້ນຟູຊີວິດ ແລະ ທັມມະຊາດ ກ່າວວ່າ:
"ທ່ານວ່າ ADB ຄວນຈະເຂົ້າໃຈ ໃຫ້ຫລາຍຂຶ້ນວ່າ ການພັທນາເສຖກິດ ໃນປະເທດຕ່າງໆ ທີ່ຢູ່ລຸ່ມແມ່ນ້ຳຂອງນັ້ນ ມີຫລາຍຝ່າຍສເນີ ແລະ ກໍມີຄວາມເຫັນ ແຕກຕ່າງກັນ. ບໍ່ແມ່ນວ່າADBເຂົ້າມາ ແລ້ວຕັດສິນໃຈໃຫ້ ການສນັນສນູນ ຣັຖບານໂລດ ອັນນີ້ມັນບໍ່ຖືກຕ້ອງ."
ທ່ານຍົກຕົວຢ່າງວ່າ ໂຄງການທີ່ ADB ໃຫ້ການສນັບສນູນ ກູ້ຢືມ ເຊັ່ນໂຄງການເຂື່ອນໄຟຟ້າ ເທີນ-ຫີນບູນ, ເຂື່ອນນ້ຳເທີນ2 ແລະ ສາຍສົ່ງໄຟຟ້າ ເພື່ອໃຫ້ລາວ ຂາຍກະແສໄຟຟ້າ ໃຫ້ປະເທດເພື່ອນບ້ານ ໂດຍທີ່ແຕ່ລະໂຄງການນັ້ນ ມີຄວາມຄິດຄວາມເຫັນ ທິ່ແຕກຕ່າງກັນ ຣະຫວ່າງ ຣັຖບານ, ປະຊາຊົນ ແລະ ອົງການ ຈັດຕັ້ງທາງສັງຄົມຕ່າງໆ. ເປັນຕົ້ນ ເລື່ອງຜົນກະທົບ ຈາກເຂື່ອນໄຟຟ້າ ແລະຈາກການພັທນາ ໃນດ້ານຊັບພະຍາ ກອນຕ່າງໆ. ເວົ້າສະເພາະ ສິ່ງທີ່ພົວພັນ ກັບປະຊາຊົນ ທີ່ພໍຈະສາມາດເຮັດໄດ້ ທ່ານກໍວ່າ:
"ທ່ານວ່າ ປະຊາຊົນລາວ ຄວນຈະຕ້ອງອະທິບາຍ ເລື້ອງນີ້ໃຫ້ກັບ ຣັຖບານຂອງຕົນເອງ ຖ້າຫາກໂຄງການ ເຫລົ່ານັ້ນ ຈະນຳຄວາມເສັຍຫາຍ ມາສູ່ວິຖີຊີວິດ ການປະກອບອາຊີບ ຫລື ວັທນະທັມ ຄວາມເປັນຢູ່ ຂອງຊາວບ້ານ ຢູ່ທີ່ນັ້ນ. ເປັນເລື້ອງຂອງຊາວ ບ້ານຢູ່ທີ່ນັ້ນ ທີ່ຈະຕ້ອງພະຍາຍາມ ຮວບຮວມຂໍ້ມູນ ເພື່ອອະທິບາຍໃຫ້ ຣັຖບານ ຂອງຕົນເອງຮັບຮູ້."
ພ້ອມກັນນັ້ນ ທ່ານ ກໍວ່າ ADB ຄວນຈັດເວທີ ສະແດງຄວາມເຫັນ ຣະຫວ່າງຣັຖບານ ແລະ ປະຊາຊົນ ເພື່ອເຮັດໃຫ້ຣັຖບານ ມີນະໂຍບາຍພັທນາ ທີ່ເໝາະກັບ ຄວາມຕ້ອງການຂອງ ປະຊາຊົນ ຊຶ່ງທີ່ຜ່ານມາ ບໍ່ເຄີຍມີ.