ລາວ ພ້ອມຈະສ້າງ ເຂື່ອນຜາມອງ ຖ້າໄທ ເຫັນດີ

ທາງຝ່າຍລາວ ຈະບໍ່ຂັດຂ້ອງ ທີ່ຈະສ້າງເຂື່ອນ ຜາມອງ ວ່າແຕ່ທາງ ຝ່າຍໄທ ເຫັນດີເຫັນພ້ອມ.

0:00 / 0:00

ເຈົ້າໜ້າທີ່ ຜແນກຂ່າວ ກະຊວງພະລັງງານ ແລະບໍ່ແຮ່ ຂອງລາວກ່າວວ່າ ເຖິງວ່າໂຄງການ ສ້າງເຂື່ອນຜາມອງ ຈະບໍ່ຢູ່ໃນ ແຜນການສ້າງເຂື່ອນ ຂອງທາງການລາວ ໃນລະຍະນີ້ ກໍຕາມແຕ່ຖ້າ ຝ່າຍໄທ ເຫັນດີເຫັນພ້ອມ ທາງຝ່າຍລາວກໍ ຈະບໍ່ມີບັນຫາ ຈະຕົກລົງ ສຶກສາສຳຣວດ ຄວາມເປັນໄປໄດ້ ດັ່ງເຈົ້າໜ້າທີ່ ທ່ານນັ້ນໄດ້ເວົ້າ ຕອນນຶ່ງວ່າ:

“ເປັນໄປໄດ້ ຖ້າຫາກວ່າ ຣັຖບານ ສອງປະເທດ ເອກພາບກັນ ຕົກລົງກັນ ເຫັນດີໃຫ້ພັທນາ ແລະຄະນະ ກັມມະການ ແມ່ນ້ຳຂອງ ຣະຫວ່າງຊາດ ໃຫ້ສອງ ຣັຖບານຕົກລົງ ເປັນທາງການ ໃຫ້ສຶກສາແລະ ອາຈສຶກສາໄດ້ ທາງເບື້ອງລາວນີ້ ມັນບໍ່ມີປັນຫາ ຖ້າຣັຖບານ ໄທຕົກລົງເປັນ ທາງການ ພວກເຮົາກໍຍິນດີ ສນັບສນູນ.”

ເຈົ້າໜ້າທີ່ ກະຊວງ ພະລັງງານແລະ ບໍ່ແຮ່ຂອງລາວ ກ່າວອີກວ່າ ເຖິງຢ່າງໃດ ກໍຕາມ ກ່ອນຈະຕົກລົງ ສ້າງເຂື່ອນຜາມອງ ແຫ່ງນີ້ ນັກຊ່ຽວຊານ ກໍຕ້ອງສຶກສາ ສຳຣວດ ຜົນກະທົບ ຕໍ່ສະພາບ ແວດລ້ອມ ແລະສັງຄົມ ຕ້ອງປຶກສາ ຫາລືກັບ ປະຊາຊົນ ທ້ອງຖິ່ນ ແລະຕ້ອງຮູ້ຜົນ ເສັຍຜົນໄດ້ ຢ່າງແນ່ນອນ ດັ່ງທ່ານເວົ້າວ່າ:

“ສິ່ງແວດລ້ອມ ກໍຕ້ອງສຶກສາ ຣະອຽດ ຕ້ອງມີມາຕການ ເຮັດໃຫ້ມັນ ຫລຸດຜ່ອນ ສິ່ງແວດລ້ອມ ແມ່ນວ່າເຮົາຕ້ອງ ສັ່ງຊາ ເບື້ອງບວກເບື້ອງລົບ ຕົວໃດ ຫລາຍກວ່າກັນ.”

ເຂື່ອນຜາມອງ ເປັນເຂື່ອນ ຂນາດໃຫຍ່ ຈະຜລິດກະແສ ໄຟຟ້າໄດ້ເຖິງ 1,000ເມກາວັດ ແລະຈະເປັນ ເຂື່ອນຢູ່ໃນເຂດ ເມືອງສັງທອງ ນະຄອນຫລວງ ວຽງຈັນ ເຂື່ອນຜາມອງ ເປັນເຂື່ອນແຫ່ງນຶ່ງ ໃນເຈັດແຫ່ງ ທີ່ທາງການລາວ ຢາກສ້າງໃສ່ ແມ່ນ້ຳຂອງ.