ວຽດນາມຫລືໄທ ຈະຮັບກະແສໄຟ ເຂື່ອນດອນສະໂຮງ

ເຂື່ອນ ດອນສະໂຮງ ຈະຂາຍ ໄຟຟ້າ ໃຫ້ປະເທດ ເພື່ອນບ້ານ ແຕ່ຍັງບໍ່ ສລຸບໄດ້ວ່າ ຈະຂາຍໃຫ້ ວຽດນາມ ຫລື ໄທ.

0:00 / 0:00

ໂຄງການ ເຂື່ອນໄຟຟ້າ ພະລັງນໍ້າ ດອນສະໂຮງ ຍັງບໍ່ມີຂໍ້ ສລຸບວ່າ ຈະຂາຍ ໄຟຟ້າໃຫ້ ໄທ ຫລື ວຽດນາມ ແຕ່ກໍຄາດວ່າ ເມື່ອສໍາຣວດ ອອກແບບ ຮຽບຮ້ອຍແລ້ວ ຈະຜ່ານ ຄວາມເຫັນຊອບ ຈາກປະເທດ ຜູ້ລົງທຶນ ທຸກຝ່າຍ ແລະເລີ່ມກໍ່ສ້າງ ໄດ້ທັນທີ. ຕາມຄໍາເວົ້າຂອງ ທ່ານສົມພົງ ສີຣິວັນດີ ຈາກການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ:

"ເຂື່ອນດອນສະໂຮງ ທີ່ຈິງ ເປັນໂຄງການ ມີການສຶກສາ ແລ້ວໝົດແລ້ວ ຂນະນີ້ ກໍາລັງ ພຍາຍາມ ຫາຜູ້ຊື້ ໄຟຟ້າຢູ່. ຖ້າຫາຄົນ ທີ່ຊື້ໄຟຟ້າ ໄດ້ ກໍອາຈຈະ ເປັນ ໄທ ຫລື ອາຈເປັນ ວຽດນາມ ແລະຖ້າເມື່ອໃດ ຫາກເຈຣະຈາ ຫາຜູ້ຊື້ ໄຟຟ້າ ໄດ້ແລ້ວ ກໍຈະເລີ່ມສ້າງ".

ການສໍາຣວດ ຜົລກະທົບ ດ້ານ ສິ່ງແວດລ້ອມ ໂດຍບໍຣິສັດ ຮັບຈ້າງຂອງໄທ ແລະບໍຣິສັດ Mega First ຂອງ ມາເລເຊັຽ ໃນຖານະ ຜູ້ລົງທຶນ ການກໍ່ສ້າງ ກໍໄດ້ສໍາເຣັດ ການສໍາຣວດ ເບື້ອງຕົ້ນແລ້ວ. ຣັຖບານລາວ ອະນຸມັດ ໂຄງການ ກໍ່ສ້າງ ເຂື່ອນໄຟຟ້າ ດອນສະໂຮງ ໃຫ້ແກ່ ນັກລົງທຶນ ຊາວມາເລເຊັຽ ຢ່າງເປັນທາງການ ເມື່ອວັນທີ 3 ມິຖຸນາປີ 2010 ໂດຍຈະເລີ່ມ ກໍ່ສ້າງ ໃນຕົ້ນປີ 2011 ແລະຈະໃຫ້ ສໍາເຣັດ ໃນອີກ 5 ປີຂ້າງໜ້າ. ໄຟຟ້າ ທີ່ຜລິດໄດ້ ຈໍານວນນຶ່ງ ຈະໃຊ້ ພາຍໃນ ແຂວງພາກໃຕ້ ແລະ ສົ່ງອອກຂາຍ ຕ່າງປະເທດ.

ໂຄງການ ດອນສະໂຮງ ຢູ່ເມືອງໂຂງ ແຂວງ ຈໍາປາສັກ ສ້າງກັ້ນ ລໍານໍ້າ ທີ່ເອີ້ນວ່າ ຮູສະໂຮງ ໃນດິນແດນ ສີ່ພັນດອນ ທີ່ແມ່ນໍ້າຂອງ ໄຫລແຍກອອກ ເປັນຫລາຍສາຍ ຈະສ້າງແບບ ຝາຍກັ້ນນໍ້າ ຮູສະໂຮງ ລະຍະ ທາງຍາວ 5 ຫລັກກິໂລ ແມັຕ ກັ້ນນໍ້າຂອງ ພຽງດ້ານດຽວ ບໍ່ກັ້ນໝົດສາຍ ມີອາຄານ ຜລິດໄຟຟ້າ ແລະ ກໍເປັນໂຄງການ ຢູ່ໃກ້ຊາຍ ແດນລາວ ກັມພູຊາ ມີກໍາລັງ ການຜລິດ ໄຟຟ້າໄດ້ 240 ແມັກກາວັດ. ບໍຣິສັດ Mega First ຂອງມາເລເຊັຽ ຖືຫຸ້ນ 80 ເປີເຊັນ ແລະ ຣັຖບານລາວ ຖືຫຸ້ນ 20 ເປີເຊັນ.