ເຂື່ອນດອນສະໂຮງ ຈະບໍ່ມີຜົລກະທົບ
2010.09.21

ເຈົ້າໜ້າທີ່ ຈາກ ຣັຖວິສາຫະກິຈ ໄຟຟ້າລາວ ວ່າ ໂຄງກາຣສ້າງເຂື່ອນ ໃສ່ດອນສະໂຮງ ໃນເຂຕເມືອງໂຂງ ແຂວງ ຈຳປາສັກ ຈະມີແຕ່ກາຣ ຖາງປ່າ ແລະຕັດໄມ້ ອອກຈາກເຂຕ ກາຣກໍ່ສ້າງ ເທົ່ານັ້ນ ໂດຽທີ່ບໍ່ຈຳເປັນ ຕ້ອງໄດ້ໂຍກຍ້າຍ ປະຊາຊົນ ແຕ່ຢ່າງໃດ:
“ບໍຣິສັທ ໄດ້ລົງສຳຣວຈ ຕົວຈິງ ເຂົາກຳລັງເຮັດ Report ໃຫ້ທາງ EIA ຕ່າງໆ ຮັບຮອງ ຄິດວ່າບໍ່ມີ ບັນຫາ ເພາະວ່າ ປະຊາຊົນ ບໍ່ໂຍກຍ້າຍ ຄິດວ່າມີແຕ່ ເຣື່ອງຖາງປ່າ ຊື່ໆ ບໍ່ກະທົບ ຈັກນິດ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໃຫ້ກາຣ ອະທິບາຍເພີ່ມວ່າ ບໍຣິເວນ ທີ່ຈະເປັນບ່ອນ ກາຣກໍ່ສ້າງ ເຂື່ອນໄຟຟ້າ ດັ່ງກ່າວ ຊາວບ້ານ ດອນສະໂຮງເອີ້ນວ່າ ດອນຂຽວ ຊຶ່ງເປັນຮູນ້ຳ ຢູ່ຣະຫວ່າງ ດອນສະໂຮງ ແລະ ດອນສະດໍາ ທີ່ມີປະຊາຊົນ ອາສັຍຢູ່ ປະມານ 400 ຄົນ ໃນ 10 ກວ່າໝູ່ບ້ານ.
ຢ່າງໃດກໍຕາມ ໂຄງກາຣສ້າງ ເຂື່ອນໄຟຟ້າ ດັ່ງກ່າວ ຈະເປັນແບບ ຝາຍກັ້ນນ້ຳ ໃນຮູສະໂຮງ ທີ່ມີຣະຍະ ທາງຍາວ 5 ກິໂລແມ໊ຕ ຢູ່ທາງເໜືອ ຊາຍແດນ ລາວ-ກັມພູຊາ ແລະໃນເມື່ອ ສ້າງແລ້ວສຳເຣັຈ ຈະສາມາດ ຜລິຕກະແສ ໄຟຟ້າໄດ້ 240 ເມັກກະວັຕ ໂດຽແມ່ນ ບໍຣິສັທ MEGA FIRST ຂອງ ມາເລເຊັຽ ເປັນຜູ້ຮັບຜິດຊອບ ໃນກາຣກໍ່ສ້າງ ພ້ອມທັງຖືກຫຸ້ນ 80% ແລະອີກ 20% ເປັນຫຸ້ນຂອງ ຣັຖບາລລາວ.
ທາງຣັຖບາລ ລາວ ໄດ້ອະນຸມັຕ ຢ່າງເປັນທາງກາຣ ໃນມື້ວັນທີ່ 3 ມີຖຸນາ ຜ່ານມາ ໃຫ້ນັກລົງທຶນ ຊາວມາເລເຊັຽ ດຳເນີນກາຣ ກໍ່ສ້າງ ໂດຽຈະເຣີ່ມ ລົງມື ໃນຕົ້ນປີ 2011 ທີ່ຈະມາເຖິງນີ້ ແລະ ຈະໃຫ້ສ້າງແລ້ວ ສຳເຣັຈ ພາຍໃນ 5 ປີ ຊຶ່ງໄຟຟ້າ ທີ່ຜລິຕ ໄດ້ສ່ວນໜຶ່ງ ຈະຖືກນຳໃຊ້ ພາຍໃນແຂວງ ທາງພາຄໃຕ້ ຂອງລາວ ແລະ ອີກສ່ວນໜຶ່ງ ກໍມີກຳໜົດທີ່ ຈະສົ່ງອອກຂາຍ ຕ່າງປະເທສ.