ໂຄງການເຂຶ່ອນໄຟຟ້າ ດອນສະຫົງ

ເຈົ້າຫນ້າທີ່ ຈາກຫ້ອງການ ສະພາບແວດລ້ອມ ສປປລາວ ເວົ້າວ່າ ໂຄງການເຂຶ່ອນໄຟຟ້າ ດອນສະຫົງ ຈະບໍ່ສົ່ງຜົລ ກະທົບຕໍ່ ສະພາບແວດລ້ອມ ພໍເທົ່າໃດ.
ສິດນີ
2010.04.20

ເຈົ້າຫນ້າທີ່ທ່ານນຶ່ງ ຈາກຫ້ອງການ ສະພາບແວດລ້ອມ ແຂວງຈຳປາສັກ ເວົ້າວ່າ ໂຄງການເຂື່ອນໄຟຟ້າ ດອນສະຫົງ ທີ່ມີແຜນການ ຈະສ້າງ ໃນບໍຣິເວນ ສີພັນດອນ ຂະນະນີ້ທາງ ໂຄງການຢູ່ໃນ ຂັ້ນຕອນການເຊັນ ສັນຍາ PDA ໂດຍຈະຕ້ອງຜ່ານ ການສຶກສາ ສີ່ງແວດລ້ອມ ຂັ້ນສຸດທ້າຍກ່ອນ ຈຶ່ງຈະໄດ້ເຊັນ CA ເພື່ອອະນຸຍາດ ໃຫ້ກໍ່ສ້າງ ໂຄງການໄດ້ ໂດຍສ່ວນຕົວນັ້ນ ທ່ານຄິດວ່າ ໂຄງການ ດັ່ງກ່າວຈະບໍ່ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ຫລາຍປານໃດ ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ກະທົບມັນກໍ່ມີ ແຕ່ວ່າມັນບໍ່ ຫລາຍຫັ້ນຫນາ ມັນບໍ່ແມ່ນຄືເຂື່ອນ ຕົວອື່ນ ບໍ່ແມ່ນເຂື່ອນໃຫຍ່ ນ້ຳຂອງຢູ່ນີ້ ມັນກວ້າງ 15 ກິໂລແມດ ມັນບໍ່ອຶດທາງໄປ ເຮົາເຮັດໄຟຟ້າ ຢູ່ຮູນື່ງນັ້ນໃດ ຮູດຽວບໍ່ແມ່ນ ຊີ່ໄປຕັດ ຫມົດນ້ຳຂອງ ຄືບ່ອນອື່ນເຮັດ ຫັ້ນຫນາ ຄືຊີ່ບໍ່ກະທົບ ຫລາຍດອກ ຕາມເຂົາສເນີນີ້ ກໍ່ເຫັນດີນຳເຂົາ".

ທ່ານກ່າວ ຕໍ່ໄປວ່າ ເຖີງແມ່ນວ່າ ຜົລການສຳຣວດ ໃນເບື້ອງຕົ້ນທີ່ ທາງບໍຣິສັດ ລາຍງານມາພົບວ່າ ຈະເກີດນ້ຳຖ້ວມ ໃນພື້ນທີ່ຫົວ ເຂື່ອນປະມານ 10 ເຮັກຕາ ແລະຈະຕ້ອງໄດ້ ອົພຍົບ ປະຊາຊົນບໍ່ ຫລາຍຄອບຄົວປານໃດ ຈຶ່ງເຫັນວ່າ ເຂື່ອນດັ່ງກ່າວ ມີປໂຍດຕໍ່ ປະຊາຊົນທ້ອງຖີ່ນ ທີ່ຈະມີໄຟຟ້າ ໃຊ້ຢ່າງພຽງພໍ ຮ່ວມດ້ວຍການພັທນາ ການທ່ອງທ່ຽວ ໃນຂົງເຂດ ແຫ່ງນີ້ນຳອີກ. ຜົລກະທົບຕໍ່ ສິ່ງແວດລ້ອມ ກໍ່ຈະມີການ ປັບປຸງກັນໃຫ້ດີຂື້ນ ໃນຕອນສຸດທ້າຍ.

ໃນຂະນະດຽວກັນ ກຸ່ມນັກເຄື່ອນໃຫວ ຊາວໄທ ກໍ່ຍັງຢືນຢັນວ່າ ໂຄງການດັ່ງກ່າວ ຈະເກີດຜົລກະທົບ ຢ່າງແນ່ນອນ ເນື່ອງເປັນໂຄງການ ກັ້ນແປວນ້ຳຂອງ ທີ່ພາໃຫ້ນ້ຳຂອງ ບໍ່ສາມາດໃຫລ ໄດ້ຢ່າງ ທັມມະຊາດ ຈະສົ່ງຜົລກະທົບ ໄປສູ່ຈຳນວນປາ ໃນແມ່ນ້ຳຂອງ ຕອນລຸ່ມແລະໃນ ຕົງເລສາບຂອງ ປະເທດຂະເມນ ອີກດ້ວຍ ເພາະບໍຣິເວນ ກໍ່ສ້າງ ເຂື່ອນດອນສະຫົງ ເປັນຊ່ອງທາງການ ອົພຍົບ ທີ່ສຳຄັນຂອງປາ ໃນທະເລສາບ ຂະເມນ ທີ່ບໍ່ສາມາດ ຂື້ນມາໄຂ່ຫລື ເພາະພັນໄດ້ຕາມ ຣະດູການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.