ປະຊາຊົນໄປເຮັດວຽກຢູ່ໄທຽ ຍ້ອນໂຄງການສ້າງເຂື່ອນ
2009.11.18
ໂຄງກາຣສ້າງເຂື່ອນໄຟຟ້າ ຕ່າງໆໃນເມືອງລາວ ປັຈຈຸບັນທີ່ມີຈຳນວນ ຫລາຍເພີ່ມຂຶ້ນນັ້ນ ເປັນກາຣສົ່ງຜົລກະທົບ ໂດຽກົງຕໍ່ສິ່ງແວດລ້ອມ ຫລາຍໆຢ່າງ ໂດຽສະເພາະກໍແມ່ນ ກາຣຂຶ້ນລ່ອງຂອງ ຈຳພວກປາ ທີ່ປະຊາຊົນເຄີຽ ເພິ່ງພາອາສັຍມາ ໃນເມື່ອກ່ອນ ແລະ ໃນເມື່ອມີກາຣກີດກັ້ນ ກາຣອົພຍົພຂອງປາ ແລ້ວນັ້ນ ກໍສົ່ງຜົລສະທ້ອນ ຕໍ່ກາຣຫາກິນ ຂອງຊາວປະມົງນຳດ້ວຍ. ກ່ຽວກັບເຣື່ອງນີ້ທ່ານ ສຣີສຸວັນ ຄວຣຂະຈອນ ຜູ້ອຳນວຍກາຣຂອງ ໂຄງກາຣຟື້ນຟູຊີວິຕ ແລະ ທັມມະຊາຕ ຫລື TERRA ຂອງໄທຽໄດ້ກ່າວຕໍ່ ສື່ມວລຊົນ ໃນຕອນໜຶ່ງວ່າ:
“ເຄີຽມີປະສົບກາຣ ແລະ ມີຂໍ້ມວລຢືນຢັນວ່າ ຊາວປະມົງໃນລາວ ເຂົ້າມາປະກອບອາຊີພ ເປັນຄົນຮັບຈ້າງ ຢູ່ໃນປະເທສໄທຽ ຫລາຍເພີ່ມຂຶ້ນເລື້ອຍໆ ມີຄົນທີ່ປະສົບ ກັບຄວາມຫລົ້ມເຫລວ ໃນກາຣປະກອບອາຊີພ ຂອງຕົນຢູ່ລາວ ແລ້ວອົພຍົພ ເຂົ້າມາປະເທສໄທຽ ເປັນບາງຣະດູກາຣ ທີ່ມີຄົນເຂົ້າມາຫາ ວຽກເຮັດງານທຳ ໃນປະເທສໄທຽ ເພີ່ມຫລາຍຂຶ້ນ”.
ພ້ອມດຽວກັນນີ້ ທ່ານກໍວ່າ ຊາວປະມົງລາວເຫລົ່ານີ້ ບໍ່ມີທາງເລືອກ ໃນກາຣປະກອບອາຊີພ ເພາະອາຈເປັນດ້ວຍ ບໍ່ມີຄວາມຮູ້ ໃນທາງອື່ນ ແລະ ສະພາບກາຣ ໃນເມືອງລາວກໍມີ ກາຣປ່ຽນແປງຢ່າງວ່ອງໄວ ຈົນເຮັດໃຫ້ປະຊາຊົນ ປັບຕົວເຂົ້າບໍ່ທັນ ເປັນກາຣແສດງໃຫ້ເຫັນວ່າ ເຂົາເຈົ້າ ຖືກປ່ອຍປະລະເລີຽ ແລະ ທາງເຈົ້າໜ້າທີ່ກ່ຽວຂ້ອງ ກໍມີແຕ່ມຸ້ງຫວັງ ໃຫ້ມີກາຣພັທນາທາງ ພາຄສ່ວນອຸຕສາຫະກັມ ໃຫ້ເຈຣີນກ້າວໜ້າ ຊຶ່ງທ່ານຢາກຮຽກຮ້ອງ ຕໍ່ທາງກາຣລາວ ໃຫ້ເອົາໃຈໃສ່ ປັບປຸງທາງດ້ານ ສວັສດີກາຣ ໃຫ້ຄວາມຊ່ວຍເຫລືອ ແກ່ປະຊາຊົນ ດັ່ງທີ່ທ່ານ ໄດ້ກ່າວເພີ່ມ ອີກວ່າ:
“ສິ່ງທີ່ປະເທສຕ້ອງກາຣ ກໍຄືຣະບົບສວັສດີກາຣ ທີ່ຈະຮອງຮັບ ທີ່ຫລົ້ມເຫລວ ໃນຂະບວນກາຣ ການປ່ຽນແປງ ທາງຣັຖບາລຕ້ອງ ຈັດຫາອື່ນໆທົດແທນ ເຊັ່ນໃຫ້ມີກາຣ ຮັກສາພຍາບາລ ໂດຽບໍ່ຄິດຄ່າ ພ້ອມກັບໃຫ້ມີໂຮງຮຽນ ໃຫ້ພວກລູກຫລານ ແລະມີກອງທຶນ ໃຫ້ກາຣຊ່ວຍເຫລືອ ຕ່າງໆໃຫ້ຄົບຖ້ວນ ໂດຽທີ່ບໍ່ຄວນ ປ່ອຍໃຫ້ປະຊາຊົນ ໄດ້ຮັບກັມດັ່ງທີ່ເຄີຽ ເຫັນມາແລ້ວນັ້ນ”.
ທ່ານໄດ້ເນັ້ນວ່າ ກາຣພັທນາທີ່ດີ ຄວນຈະເປັນກາຣພັທນາ ທີ່ປະຊາຊົນ ທຸກຝ່າຍໄດ້ມີສ່ວນ ຮັບຜິດຊອບຮ່ວມກັນ ພ້ອມກັບໃຫ້ມີກາຣ ກະຈາຍຣາຍໄດ້ ເພື່ອໃຫ້ສາມາດ ກໍ່ໃຫ້ເກີດປະໂຫຍຊ ແກ່ທຸກໆຄົນຢ່າງ ເທົ່າທຽມກັນ.