ກົດໝາຍ ຍັງລະຫລວມ ເລື້ອງໄມ້ເຖຶ່ອນ

ໄອຍະການ ປະຊາຊົນ ສູງສຸດຂອງລາວ ເຫັນວ່າການ ສໍ້ຣາສບັງຫລວງ ແລະ ການຄ້າໄມ້ເຖື່ອນ ໃນລາວ ຍັງບໍ່ໄດ້ຮັບ ການແກ້ໄຂຢ່າງມີ ປະສິດທິພາບ ທາງກົດໝາຍເທື່ອ.
ໂພໄຊສວັດ
2009.06.23

ບັນຫາການ ສໍ້ຣາສບັງຫລວງ ຢູ່ ສປປລາວ ນັ້ນຍັງເປັນ ບັນຫາທີ່ບໍ່ໄດ້ ຮັບການແກ້ໄຂ ຢ່າງມີ ປະສິດທິພາບ ອີກທັງຍັງເປັນ ບັນຫາທີ່ທາງ ສັງຄົມລາວ ໄດ້ມີການ ຮຽກຮ້ອງໃຫ້ເອົາ ໃຈໃສ່ແກ້ໄຂ ຢ່າງເດັດຂາດ ແລະຮີບດ່ວນ ດັ່ງທ່ານສົມພັນ ແພງຄຳມີ ໄອຍະການ ປະຊາຊົນ ສູງສຸດ ໄດ້ກ່າວໃນກອງ ປະຊຸມສະພາ ສມັຍສາມັນ ເທື່ອທີ7ຂອງ ສະພາແຫ່ງຊາດ ຊຸດທີ6ວ່າ:

"ຄວາມບໍ່ໂປ່ງໃສ ຂອງພະນັກງານ ຣັຖກອນ ປາກົດການ ສໍ້ຣາສບັງຫລວງ ຍັງບໍ່ທັນໄດ້ ຮັບການແກ້ໄຂ ຢ່າງມີ ປະສິດທິຜົນ ຍັງບໍ່ທັນໄດ້ ຮັບຄວາມເອົາໃຈໃສ່ ແກ້ໄຂຢ່າງຕັ້ງໜ້າ ຈາກຂແນງການ ແລະທ້ອງຖິ່ນຕ່າງໆ."

ຊຶ່ງທ່ານສົມພັນ ໄດ້ກ່າວຕໍ່ໄປ ວ່າບັນຫາການ ສໍ້ຣາສບັງຫລວງ ນັ້ນໄດ້ຮັບການ ຕິດຕາມກວດກາ ການເຂື່ອນໄຫວຂອງ ອົງການ ບໍຣິຫານ ໃນລະຍະທີ່ ຜ່ານມາ ໂດຍສະເພາະ ບັນຫາທີ່ໃຫຍ່ໆ ຕ່າງໆທີ່ມີການ ຮ້ອງທຸກຈາກ ປະຊາຊົນ ເພື່ອທີ່ ປະຊາຊົນ ແລະ ສັງຄົມຈະໄດ້ ຮັບການຄຸ້ມຄອງ ຈາກຣັຖ.

ແຕ່ລະບຽບແລະ ກົດໝາຍ ກໍຍັງບໍ່ທັນໄດ້ ນຳເອົາມາ ປະຕິບັດ ຢ່າງເຂັ້ມງວດ ກວດຂັນເທື່ອ ຊຶ່ງນອກຈາກ ບັນຫາການ ສໍ້ຣາສບັງຫລວງ ແລ້ວນັ້ນກໍຍັງ ມີບັນຫາອື່ນ ເຊັ່ນກັນ ດັ່ງທ່ານສົມພັນ ໄດ້ກ່າວອີກວ່າ:

"ການບໍ່ເຂັ້ມງວດ ໃນການຄຸ້ມຄອງ ປ່າໄມ້ ການຄຸ້ມຄອງ ທຸຣະກິດປ່າໄມ້ ການຄ້າໄມ້ເຖື່ອນ ຍັງສືບຕໍ່ ຂຍາຍໂຕ ຢູ່ຫລາຍທ້ອງຖິ່ນ ການຄຸ້ມຄອງ ແລະນຳໃຊ້ດິນ ແຕ່ລະປະເພດ ຍັງບໍ່ທັນເປັນ ໄປຕາມກົດໝາຍ ບໍ່ທັນໄດ້ ກຳໜົດ ລະອຽດຈະແຈ້ງ."

ທ່ານສົມພັນ ໄດ້ກ່າວສະລຸບ ເຖິງຜົນກະທົບ ຂອງບັນຫາ ດັ່ງກ່າວວ່າ ຫາກບໍ່ແກ້ໄຂ ຢ່າງມີ ປະສິດທິພາບ ແລະຈິງຈັງ ກໍຈະເປັນການ ກົດໜ່ວງການ ພັທນາເສຖກິດ ສັງຄົມແລະ ເຮັດໃຫ້ສັງຄົມ ບໍ່ມີຄວາມສງົບສຸຂ ນອກຈາກນັ້ນຍັງ ຈະເຮັດໃຫ້ ອຳນາດຣັຖ ຂອງໄອຍະການ ປະຊາຊົນ ສູງສຸດ ຈະບໍ່ມີ ປະສິດທິຜົນສູງ ຕໍ່ການຄຸ້ມຄອງ ຮັຖແລະ ຄຸ້ມຄອງສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.