ຕໍາຣວດ ຈະຣາຈອນ ຮັບເງິນ ສິນບົນ
2009.02.25
ໃນລະຍະຜ່ານມາ ທາງການລາວ ຖືວ່າ ເອົາຈິງເອົາຈັງ ຕໍ່ການກວດກາ ກັບກຸ່ມຜູ້ຂັບຂີ ທີ່ເຮັດຜິດ ຣະບຽບ ໃນເຂດນະຄອນ ຫລວງວຽງຈັນ ເພື່ອສ້າງຄວາມເປັນ ຣະບຽບຮຽບຮ້ອຍ ແລະ ຫລຸດຜ່ອນ ອຸບັດຕິເຫດ ໃຫ້ໜ້ອຍລົງ. ເຖິງຢ່າງໃດ ກໍຕາມ, ເຈົ້າໜ້າທີ່ ຕໍາຣວດ ຈຣາຈອນ ຈໍານວນນຶ່ງ ກໍມັກສແວງຫາ ປະໂຫຍດ ໃສ່ຕົນເອງ, ໂດຍການຮັບເອົາສິນບົນ ຈາກຜູ້ກະທໍາຜິດ ເພື່ອແລກປ່ຽນ ກັບການທີ່ຈະບໍ່ປັບໃໝ ໃສ່ໂທດ ຂະເຈົ້າ ຕາມຣະບຽບກົດໝາຍ ທີ່ວາງໄວ້, ອີງຕາມ ການບອກເລົ່າ ຂອງຊາວໜຸ່ມ ຜູ້ນຶ່ງ ໃນນະຄອນຫລວງວຽງຈັນ.
“ສໍາຣັບ ກວດຣົດ ທີ່ບໍ່ມີໜັງສື ບໍ່ມີຫຍັງ ສ່ວນຫລາຍ ແມ່ນມັກເອົາເງິນ ໃຕ້ໂຕະສະດວກ ທັງສອງຝ່າຍ ມັນກໍຂຶ້ນ ຢູ່ກັບຣົດເຮົາ ເຮົາບໍ່ມີໃບຂັບຂີ່ ເຮົາບໍ່ໃສ່ໝວກ ກັນນັອກຫລືວ່າ ຣົຖເຮົາ ບໍ່ມີໜັງສື.”
ພຶດຕິກັມ ການໃຫ້ ແລະ ຮັບເງິນສິນບົນ ດັ່ງກ່າວນີ້ ຖືວ່າ ເກີດຂຶ້ນ ດ້ວຍຄວາມສມັກໃຈ ຂອງທັງສອງຝ່າຍ ເພາະຜູ້ຂັບຂີ່ ທີ່ກະທໍາຜິດ, ບໍ່ວ່າ ຈະຂີ່ ຜ່າໄຟແດງ, ບໍ່ມີທະບຽນຣົດ ຕລອດຮອດ ຂັບຣົດ ໃນຂະນະທີ່ ມືນເມົາ ຫລື ລົມໂທຣະສັບ ກໍບໍ່ຢາກຖືກຍຶດຣົດ ຫລື ບໍ່ຢາກ ໄປເສັຍຄ່າປັບໃໝ ທີ່ມີຣາຄາ ຄ່ອນຂ້າງສູງ, ພ້ອມກັບ ເສັຍເວລາ ໃນການແກ້ຄວາມອີກ. ສ່ວນ ຕໍາຣວດ ຈຣາຈອນ ກໍຢາກມີລາຍໄດ້ ພິເສດ ເພາະລໍາພັງ ເງິນເດືອນທີ່ມີຢູ່ ຖືວ່າ ໜ້ອຍຢູ່ແລ້ວ.
ເວົ້າລວມແລ້ວ, ການປະພຶດ ດັ່ງກ່າວ ຍິ່ງເຮັດໃຫ້ ຜູ້ຂັບຂີ່ ກະທໍາຜິດ ຄຸ້ນເຄີຍ ກັບການເຮັດຜິດ ກົດຣະບຽບ ຢູ່ຕໍ່ໄປ, ເພາະວ່າ ສາມາດ ໃຊ້ເງິນ ແກ້ຄວາມຜິດໄດ້. ນອກຈາກນັ້ນ ເງິນປັບໃໝ, ຊຶ່ງພາກຣັຖ ສົມຄວນນໍາໄປໃຊ້ ກັບສີ່ງທີ່ ເກີດປໂຍດ ຕໍ່ສ່ວນລວມ, ກັບຕົກໄປຢູ່ນໍາ ເຈົ້າໜ້າທີ່ ກຸ່ມນຶ່ງ ທີ່ເອົາໜ້າທີ່ການງານ ໄປຫາກິນ ແບບບໍ່ຖືກຕ້ອງ.
ເຖິງຢ່າງໃດ ກໍດີ, ຍ້ອນວັທນະທັມ ໃນການໃຊ້ຣົຖໃຊ້ຖນົນ ຂອງປະຊາຊົນ ສ່ວນໃຫຍ່ ຍັງບໍ່ພາກັນ ເອົາໃຈໃສ່ ໃນການຮັກສາຣະບຽບ ຫລື ຍັງຂັບຂີ່ ຕາມໃຈຕົນເອງ ຫລາຍຢູ່, ໂດຍບໍ່ຄໍານຶງເຖິງ ຄວາມປອດພັຍນັ້ນ, ກໍຍັງຈະເປັນສິ່ງ ທີ່ທາງການລາວ ຈະຕ້ອງໃຊ້ ມາຕການ ຢ່າງເຂັ້ມງວດ ໃນການກວດກາ ຄວບຄຸມ ຢູ່ຕໍ່ໄປ, ໂດຍສະເພາະ ການປັບໃໝ ໃສ່ໂທດ. ເນື່ອງຈາກວ່າ ການຕັກເຕືອນ ອາດຈະບໍ່ແມ່ນ ວິທີ ທີ່ໄດ້ຜົນ ພໍເທົ່າໃດ ໃນການປູກຈິດສໍານຶກ ຫລື ປ່ຽນແປງພຶດຕິກັມ ຂອງຜູ້ຂັບຂີ່.