4 ຕື້ກີບ ຄືນສູ່ຣັຖ
2009.04.02
ພາຍຫລັງ ທີ່ມີການຈັດກອງປະຊຸມ ສລຸບຜົນງານ ປະຈໍາປີ 2007-2008 ໃນແຂວງວຽງຈັນ, ຜົນປະກົດວ່າ ມີເງິນຈໍານວນ 4 ຕື້ກ່ວາກີບ ໄດ້ຕົກຫາຍໄປ, ຊຶ່ງປັດຈຸບັນ ເຈົ້າໜ້າທີ່ ສາມາດ ຈັບກຸມ ຜູ້ກະທໍາຜິດໄດ້ ໃນເວລາ ຕໍ່ມາ. ສ່ວນເງິນທັງໝົດ ທີ່ຂາດໄປນັ້ນ ໄດ້ມີການສົ່ງຄືນແລ້ວ. ທ່ານ ທອງວັນ ຈັນທະວິໄຊ, ຫົວໜ້າ ຫ້ອງການ ຜແນກການເງິນ ແຂວງວຽງຈັນ, ຊີ້ແຈງວ່າ:
“ເອົາຄືນຄົບຖ້ວນ ເອົາເຂົ້າງົປມານ ຮຽບຮ້ອຍໝົດ, ເອົາຄືນ ຈາກຜູ້ກະທໍາຜິດ ຜູ້ທີ່ຂະເຈົ້າ ຍັກຍອກສໍ້ກົງໄປ ພາຍຫລັງ ໄດ້ຊັບສິນ ຂອງຣັຖຄືນມາ ເຂົ້າງົປມານແລ້ວ, ເຮົາ ກໍໄດ້ສເນີ ທາງເທິງ ຄົ້ນຄ້ວາ ປະຕິບັດ ວິນັຍ ຕໍ່ຜູ້ກ່ຽວ.”
ທ່ານ ກ່າວຕື່ມວ່າ ສໍາລັບຜູ້ກະທໍາຜິດ ທີ່ຖືກຈັບກຸມໄດ້ນັ້ນ ຈະເປັນເຈົ້າໜ້າທີ່ ຕໍາແໜ່ງ ຫົວໜ້າຫ້ອງການ, ຕໍາແໜ່ງຫົວໜ້າ ພັກເມືອງ ແລະ ຫ້ອງວິຊາການ, ຊຶ່ງເຈົ້າໜ້າທີ່ ທັງໝົດນັ້ນ ໄດ້ເຮັດວຽກຢູ່ ຜແນກຫ້ອງການເງິນ ແຂວງ ແລະ ໃນປັດຈຸບັນນີ້ ເຈົ້າໜ້າທີ່ ທີ່ກະທໍາຜິດ ທັງໝົດ ຖືກປົດອອກຈາກ ຕໍາແໜ່ງ ແລະ ຖືກໂຍກຍ້າຍ ໜ້າທີ່ ໄປຢູ່ໃນຜແນກອື່ນ ທີ່ບໍ່ໄດ້ກ່ຽວກັບ ຣາຍຮັບ-ຣາຍຈ່າຍ ຂອງແຂວງ.
ສໍາລັບ ເຣື່ອງການກວດຈັບ ຜູ້ກະທໍາຜິດນັ້ນ ໄດ້ມີການສົມທຽບກັນ ກັບໃບຮັບເງິນ ເປັນຫລັກ ໂດຍຈະເອົາ ຫົວຂົ້ວ ກັບຈໍານວນເງິນ ໃນຮັບ ທີ່ໃຫ້ຜູ້ປະກອບການ ມາປຽບທຽບກັນ, ຊຶ່ງທ່ານ ທອງວັນ ກ່າວ ກ່ຽວກັບ ເຣື້ອງນີ້ ວ່າ:
“ສົມທຽບ ໂດຍກົງ, ສ່ວນນຶ່ງ ຈີກໃຫ້ຜູ້ປະກອບການ, ສ່ວນນຶ່ງ ຈະເປັນຈໍານວນ ເກັບມ້ຽນ ແລະ ເຮົາ ຈະເອົາສ່ວນທີ່ຈີກ ໃຫ້ຜູ້ປະກອບການ ແລະ ໄປທຽບກັບ ຈໍານວນເດີມ, ທຽບໃສ່ກັນ ມັນກໍຈະເຫັນ ຜູ້ຫັ້ນ, ງ່າຍໆໜ້ອຍດຽວ.”
ເຖິງຢ່າງໃດ ກໍຕາມ, ໃນຄວາມຜິດຄັ້ງນີ້ ບໍ່ມີຜູ້ໃດ ຖືກໄລ່ອອກ, ຊຶ່ງທ່ານ ທອງວັນ ໄດ້ກ່າວວ່າ ໄດ້ມີການປຸກຣະດົມໃຊ້ມາຕການ ຕ່າງໆ ຕາມກົດໝາຍ ຂອງລາວ, ຊຶ່ງຫາກ ບໍ່ມີການນໍາເງິນ ທີ່ຍັກຍອກ ທັງໝົດ ໄປຄືນນັ້ນ, ທາງແຂວງຈະດໍາເນີນຄະດີ ທາງອາຍາ ແລະ ມອບໃຫ້ເຈົ້າໜ້າທີ່ ສານ ເປັນຜູ້ດໍາເນີນຄະດີ ດັ່ງກ່າວ, ສົ່ງຜົນ ໃຫ້ຜູ້ກະທໍາຜິດ ທັງໝົດ ເກີດຄວາມຢ້ານກົວ ແລະ ຍອມຄືນເງິນ ທີ່ຍັກຍອກໄປ ໃຫ້ກັບ ທາງແຂວງວຽງຈັນ.