ຣົຖຍົນທີ່ຖືກ ໂຈຣະກຳ ຈາກຝັ່ງໄທ
2009.01.26
ເຈົ້າຫນ້າທີ່ລາວ ຜູ້ທີ່ບໍ່ປະສົງ ອອກຊື່ທ່ານ ນື່ງເວົ້າວ່າ ທຸກມື້ນີ້ ການໂຈຣະກຳ ຣົຖຍົນຈາກ ຝັ່ງໄທໄປລາວ ກໍ່ຍັງປະຕິບັດ ກັນຢູ່ ແມ້ທາງການ ລາວແລະໄທ
ຈະພຍາຍາມ ຄວບຄຸມຢ່າງ ເຂັ້ມງວດປານ ໃດກໍ່ຕາມ ດັ່ງທ່ານກ່າວ ໃນຕອນນື່ງວ່າ--ພວກຂະໂມຍ ໃນໄທກ່ອນ ຈະເອົາເຂົ້າມາ ຖ້າບໍມີ ຫນັງສືຖືກ ຕ້ອງເຂົາກໍ່ ຈະເອົາເຂົ້າໄປ ດ່ານທີ່ບໍ ເຂັ້ມງວດ ດ່ານຊົ່ວຄາວ ພໍເອົາເຂົ້າມາ ແລ້ວເຂົາກໍ່ ວີ່ງເຕັ້ນແລະ ມີເຈົ້າຫນ້າ ທີ່ຮູ້ເຫັນ ແລ້ວກໍ່ສວມ ທະບຽນແລະ ກໍ່ຂາຍຕໍ່ ໃນຣາຄາຖືກ
ເຈົ້າຫນ້າທີ່ ທ່ານດຽວກັນ ນັ້ນໃຫ້ການ ຕໍ່ໄປວ່າ ຣົຖໄທສ່ວນໃຫຍ່ ມັກຈະເປັນ ຣົຖກະບະ ຫລືຣົຖເກັງ ທີ່ຄ້າງການ ຜ່ອນສົ່ງແລ້ວ ນຳເຂົ້າຜ່ານ ດ່ານຊາຍແດນ
ຊື່ງຈະມີ ນາຍທືນຄົນ ລາວແລະເຈົ້າ ຫນ້າທີ່ບາງ ຄົນໃຫ້ການ ຊ່ອຍເຫລືອໃນການ ເຮັດເອກກະສານ ນຳເຂົ້າ ຫລັງຈາກນັ້ນ ກໍ່ເອົາຣົຖ ມາດັດແປງ ໃນລາວແລ້ວ ກໍ່ຂາຍເປັນ ຣົຖມືສອງ ຫລືເອົາໄປໃຊ້ ທ່ານກ່າວເພີ້ມອີກວ່າ--ສ່ວນໃຫຍ່ຄວາມ ປອດພັຍໃນລາວ ເມືອ່ເປັນຣົຖ ຊື່ງວ່າຖືກຕ້ອງ ຣົຖຫາຍມັນ ຂ້ອນຂ້າງນ້ອຍ ໃນລາວ ເປີເຊັນ ມັນນ້ອຍ ເພາະວ່າກົດ ຫມາຍມັນເຂັ້ມ ງວດບໍ່ຄຸ້ມ ທີ່ຈະຂະ ໂມຍຣົຖໃນລາວ ແລະຕົວເມືອງ ມັນກໍ່ບໍ່ ໄດ້ໃຫຍ່ປານໃດ.
ກຸ່ມອັນຕະພານ ທີ່ຂະໂມຍ ຣົຖຍົນຈາກ ຝັ່ງໄທໄປລາວ ທ່ານວ່າ ສ່ວນໃຫຍ່ ອາດຈະມີ ການພົວພັນ ທາງດ້ານການ ຟອກເງີນແລະ ບັນຫາດ້ານ ຢາເສບຕິດ ຮ່ວມໄປ ຮອດສີນຄ້າ ເຖືອ່ນປະເພດຕ່າງໆ ກຸ່ມດັ່ງກ່າວ ບໍ່ສາມາດ ປະຕິບັດ ຢູ່ລາວເພາະ ກົດຫມາຍລາວ ເຄັ່ງຄັດເກີນ ໄປແລະເຈົ້າ ຫນ້າທີ່ລາວ ກໍ່ເອົາຈີງ ເອົາຈັງກ່ຽວກັບ ບຸກຄົນກຸ່ມນີ້.