ເຈົ້າໜ້າທີ່ ເກັບຄ່າພັກເຊົາ ແບບສວຍໂອກາດ

ເຈົ້າໜ້າທີ່ ໃນຫລາຍໆບ້ານ ສວຍໂອກາດ ເກັບເງິນ ນຳຄົນຕ່າງຖິ່ນ ທີ່ມາພັກເຊົາ ໃນນະຄອນຫລວງ
ໂພໄຊສວັດ
2009.07.21

ການເກັບເງິນໂດຍອ້າງວ່າ ເປັນຄຳສັ່ງຂອງ ຂັ້ນເທິງ ພວມເຮັດໃຫ້ມີ ຫາງສຽງຟົດເດືອດ ຈາກຄົນຕ່າງຖິ່ນ ທີ່ມາພັກເຊົາເຮືອນ ໃນນະຄອນຫລວງ ວຽງຈັນ.      ປັດຈຸບັນນີ້ ມີການຈົ່ມວ່າ ອຳນາດປົກຄອງບ້ານ ມັກເຂື່ອນໄຫວ ກວດກາເຮືອນພັກ ບ່ອນຢູ່ອາໃສ ໃນຍາມກາງຄືນ ແລະ ເກັບຄ່າພັກເຊົາ ຕາມໃຈ ຊຶ່ງບໍ່ໄດ້ຣະບຸໄວ້ ຈະແຈ້ງ ໃນກົດຣະບຽບ ຂອງບ້ານ.

ບັນຫາທີ່ເກີດຂື້ນ ຢູ່ບ້ານດົງໂດກ ເມືອງໄຊທານີ ເປັນຕົວຢ່າງນຶ່ງ ທີ່ສະແດງ ໃຫ້ເຫັນວ່າ ອຳນາດປົກຄອງບ້ານ ໄດ້ລົງໄປເກັບເງິນ ນຳຄົນຈາກ ທ້ອງຖິ່ນອື່ນ ທີ່ມາເຊົາ ເຮືອນ ພາຍໃນເຂດ ຄຸ້ມຄອງຂອງຕົນ ເດືອນລະ5,000ກີບ ຫລືຫລາຍກວ່ານັ້ນ ໃນບາງກໍຣະນີ ໂດຍອ້າງວ່າເປັນ ຄ່າທຳນຽມ ເຂົ້າຄັງເງິນຮວມ ຂອງບ້ານ. ຖ້າຜູ້ໃດ ບໍ່ປະຕິບັດຕາມ ກໍຈະຕ້ອງຖືກ ປັບໃໝ ຫລືໃຫ້ຍ້າຍ ໄປຢູ່ບ່ອນອື່ນ.

ທ່ານ ພັນໂທ ແສງເພັດ ພົມມະລີ ຮອງຫົວໜ້າ ກອງບັນຊາການ ປກສ ນະຄອນຫລວງ ວຽງຈັນກ່າວວ່າ ການເກັບຄ່າທຳນຽມ ຈາກຜູ້ມາເຊົ່າເຮືອນ ຊົ່ວຄາວທີ່ມີ ເອກກະສານຖືກຕ້ອງ ລະຍະ1ເດືອນ 3,000ກີບ, 2-3ເດືອນ5,000ກີບ ແລະ3-7ເດືອນ 7,000ກີບ ຫາກເກັບບໍ່ຖືກ ຕາມຈຳນວນກໍ ເປັນການສວຍໂອກາດ ຂອງເຈົ້າໜ້າທີ່.

ທ່ານ ສົມວັນດີ ນາຖະວົງ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ໄດ້ໃຫ້ສຳພາດວ່າ ອີງຕາມກົດໝາຍແລ້ວ ຄົນລາວທຸກຄົນ ຢູ່ບ່ອນໃດກໍໄດ້ ໃນປະເທດລາວ ບໍ່ຕ້ອງ ເສັຍຄ່າຢູ່ອາໃສຄື ຊາວຕ່າງຊາດ ແຕ່ຕ້ອງໃຫ້ຖືກຕ້ອງ ຕາມກົດໝາຍ ບ້ານເມືອງ.

ທ່ານ ພັນໂທ ແສງເພັດ ເປີດເຜີຍວ່າ ໃນບາງກໍຣະນີ ການເກັບເງິນກໍ ມີຊ່ອງຫວ່າງເພາະ ຜູ້ມາພັກເຊົາ ບໍ່ມີເອກກະສານ ຖືກຕ້ອງແລະບໍ່ຍອມ ເຮັດໜັງສືຕາມທີ່ ທາງການແນະນຳ ກໍ່ເລີຍຍອມເສັຍເງິນ ໃຫ້ເຈົ້າໜ້າທີ່ ໂດຍກົງ. ປັດຈຸບັນນີ້ ປກສ ນະຄອນຫລວງວຽງຈັນ ພວມພິຈາຣະນາ ນະໂຍບາຍ ຫລຸດຜ່ອນ ຫລືຍົກເວັ້ນ ການເກັບຄ່າທຳນຽມ ນຳນັກຮຽນ ນັກສຶກສາ ຈາກຕ່າງແຂວງ ທີ່ມາອາໄສ ຊົ່ວຄາວ ໃນນະຄອນຫລວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.