ສະພາລາວ ເປັນຫ່ວງ ເງິນຣັຖ ຮົ່ວໃຫລ

ສະພາແຫ່ງຊາດລາວ ເປັນຫວ່ງ ຕໍ່ການຮົ່ວໃຫລ ໃນການໄຊ້ເງີນຣັຖ ຂອງຫນ່ວຍງານຣັຖບານ ໃນກອງປະຊຸມສະພາ ມື້ທຳອີດ.
ສິດນີ
2009.06.23

ໃນກອງປະຊຸມ ສະພາແຫ່ງຊາດ ສະມັຍສາມັນ ຄັ້ງທີ7 ຂອງສະພາຊຸດທີ6 ໃນມື້ທຳອີດ ກຸ່ມສະມາຊີກ ສະພາໃຫ້ການ ເປັນຫວ່ງເຖີງ ການຮົ່ວໃຫລຂອງ ການໄຊ້ເງີນ ຈາກຫນ່ວຍງານ ຕ່າງໆຂອງຣັຖບານ ໃນລະຍະທີ່ ຜ່ານມາເທົ່າເຖີງ ປັດຈຸບັນ ໃນນັ້ນ ປະກອບດ້ວຍ ການນຳໃຊ້ເງີນ ໃນໂຄງການທີ່ ຣັຖບານກ່ຽວຂ້ອງ ທີ່ຂາດຄວາມ ໂປ່ງໃສໃນການ ປະຕິບັດງານ ຂອງເຈົ້າຫນ້າທີ່ ຣັຖໃນບາງເຂດ ແລະບາງກໍຣະນີ. ດັ່ງທ່ານ ໄຊສົມພອນ ພົມວິຫານ ຮອງປະທານ ສະພາແຫ່ງຊາດ ຫົວຫນ້າຄນະ ກັມມະທິການ ຕ່າງປະເທດ ໄດ້ກ່າວຕອນນື່ງ ໃນທີ່ປະຊຸມ ສະພາວ່າ:

"ສະພາແຫ່ງຊາດ ມີຄວາມເປັນຫວ່ງ ຕໍ່ການປະຕິບັດ ວີນັຍການເງີນ ແລະການ ປະຕິບັດ ຣະບຽບການດ້ານ ການບັນຊີ ແຫ່ງຣັຖ ເພາະເຫັນວ່າ ການນຳໃຊ້ ງົບປະມານໂດຍສ່ວນຮວມ ມີຊ່ອງວ່າງຫລາຍ."

ສະມາຊີກ ສະພາແຫ່ງຊາດ ໄດ້ສເນີໃຫ້ ກະຊວງການເງີນ ປັບປຸງຣະບົບ ບັນຊີຂອງຣັຖ ໂດຍສະເພາະ ບັນຊີຄັງເງີນ ສູນກາງຮ່ວມດ້ວຍ ການປະສານຂໍ້ມູນ ຂອງ ບັນຊີ ຣະຫວ່າງກະຊວງ ແລະເພີ້ມການ ກວດສອບບັນຊີ ໃນທຸກລະຍະ ຫລາຍກວ່າເກົ່າ ທ່ານໄຊສົມພອນ ກ່າວເພີ້ມອີກວ່າ:

"ສເນີໃຫ້ພາກ ສ່ວນກ່ຽວຂ້ອງ ບໍ່ຄວນຖືເບົາ ຕໍ່ບົດລາຍງານ ຂອງການກວດສອບ ຈະຕ້ອງມີການ ແກ້ໃຂແລະ ມີວິນັຍເດັດຂາດ ຕໍ່ບຸກຄົນ ການຈັດຕັ້ງ ທີ່ມີເຈຕນາ ຍັກຍອກສໍ້ໂກງ ເງີນຂອງຣັຖ ລະເມີດລະບຽບ ຫລັກການຄຸມຄອງ ງົບປະມານ ຂອງຣັຖ ເປັນຜົລເສັຍອັນ ໃຫຍ່ຫລວງ ຕໍ່ກິຈການສ້າງສາ ປະເທດຂອງເຮົາ."

ນອກຈາກບັນຫາ ນີ້ແລ້ວ ສະມາຊີກ ສະພາຫລາຍທ່ານ ກໍ່ໄດ້ກ່າວເຖີງ ຫລາຍບັນຫາ ດັ່ງການ ສໍ້ຣາສບັງຫລວງ ບັນຫາການ ສັມປະທານ ທີ່ດີນ ບັນຫາການລັກ ລອບຕັດໄມ້ ແລະບັນຫາອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 26, 2013 11:42 PM

ຝາກເຖີງທ່ານລັດທະມົນຕີ ກະຊວງການເງີນ ທ່ານເອີຍ ຖ້າທ່ານຢາກໃຫ້ ອາກອນແຂວງຄຳມ່ວນ ໄດ້ແຜນ ໃຫ້ທ່ານເລັງທວງເອົາເງີນ ທີ່ກົມກວດກາລົງມາກວດເຫັນ ທີ່ບຸກຄົນເອົາໄປມາຖອກເຂົ້າ ງົບປະມານທ່ານເອີຍ ເຊັ່ນອາກອນໃບຢາສູບ ຖ້າບໍຢາກ ປະຕິບັດວິໃນພວກເຂົາ ກໍປ່ອຍເຂົາໄປ ເພາະພະນັກງານລາວ ມີແຕ່ພວກເຂົາ ເຮັດວຽກເປັນ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Oct 27, 2013 01:21 AM

ເມືອງເຊບັ້ງໄຟ ຕັດໄມ້ ຊະຊາຍຂະຫນາດ ຢູ່ເຂດຄຳແພເຫືນອ ເຊັນບ້ານເວີນຄຳຂຽວ ບ້ານໂນນກະແຕ້ ບ້ານວັງເດືອນຫ້າຄຳເຕີຍ ໃນສົກປີ 2013 ບໍ່ໄດ້ເສຍພັນທະ ໃຫ້ລັດຈັກຢ່າງເລີຍ ຂໍ້ມູນຕົວຈີ່ງມີ ບໍ່ໄດ້ໃສ່ຮ້າຍປ້າຍສີເດີ ໄປເບິງເອົາ ລົດກະບະແຕ່ລະຄັນ ກຳມະການພັກເມືອງ ຂື້ນແຕ່ລະທ່ານ ວ່າເອົາເງີນມາແຕ່ໃສຊື້ ງົບປະມານຊື້ລົດຄືບໍມີ ຂອງລັດທະປານໃຫ້


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]