ການແລ່ນເອກະສານ ສັມປະທານທີ່ດິນ

ການແລ່ນເອກະສານ ສັມປະທານທີ່ດິນ ສໍາລັບໃຊ້ໃນໂຄງ ການຕ່າງໆໃນລາວ ມີການໃຫ້ສິນບົນ ຫລືວ່າຊື້ຄວາມສະດວກ ຈາກນັກວິຊາການຜູ້ ທີ່ຢັ້ງຢືນຄວາມຖືກຕ້ອງ ຕ່າງໆ
ສົມເນ
2009.01.15

ການແລ່ນເອກະສານ ສັມປະທານທີ່ ດິນສໍາລັບໃຊ້ ໃນໂຄງການຕ່າງໆ ໃນລາວມີການ ໃຫ້ສິນບົນຫລືວ່າ ຊື້ຄວາມສະດວກ ຈາກນັກວິຊາ ການຜູ້ທີ່ຢັ້ງຢືນ ຄວາມຖືກຕ້ອງຕ່າງໆ ເພື່ອຈະໄດ້ຮັບສັມ ປະທານຕາມການ ເປີດເຜີຽຂອງເຈົ້າໜ້າ ທີ່ລາວທີ່ກ່ຽວຂ້ອງ ກັບການໃຫ້ ສັມປະທານທີ່ດິນກໍມີຢູ່ ສ່ວນຫລາຍ ແມ່ນພະນັກງານ ວິຊາການທີ່ໄປ ເຮັດວຽກໂຕຈິງກັບ ບໍຣິສັດຖ້າພະ ນັກງານວິຊາການ ເຂົາໄດ້ເງິນແລ້ວ ບໍຣິສັດກໍຕ້ອງໄດ້ ເນື້ອທີ່ສັມປະທານ ເພາະວ່າວິຊາ ການເຂົາຈະຈັດການ ທາງດ້ານເອກະສານ ໃຫ້ມັນຖືກຕ້ອງ ການໃຫ້ສິນບົນແກ່ ພະນັກງານຣັຖຢູ່ ໃນລາວຫລືຢູ່ໃນປະ ເທດທີ່ພັດທະນາ ນ້ອຍເປັນເຣື້ອງທີ່ມີ ຂື້ນຕັ້ງແຕ່ໃດໆມາ ຕ່າງແຕ່ວ່າການໃຫ້ ສິນບົນນັ້ນຂື້ນຢູ່ກັບ ວ່າໂຄງການນັ້ນມີ ຂະນາດນ້ອຍຫລື ໃຫ່ຽປານໃດຖ້າຫາກ ວ່າເປັນໂຄງການໃຫ່ຽ ມັນກໍບໍ່ຄ່ອຍເກີດ ມີສິນບົນຍ້ອນວ່າ ມີຫລາຍພາກສ່ວນ ເຂົ້າມາກ່ຽວຂ້ອງນໍາ ການໃຫ້ສິນບົນ ເລັກໆນ້ອຍໆເພື່ອ ແລກປ່ຽນເອົາຄວາມ ສະດວກສະບາຍນັ້ນ ລາວເຮົາມັກເອີ້ນກັນວ່າ ເປັນການຍ້ອມນໍ້າໃຈ.  ຖ້າວ່າ ເປັນສິນບົນລາຍໃຫ່ຽ, ການ ສໍ່ໂກງປະຊາຊົນ, ກິນເງິນຫລວງ, ຂາຍສິດອໍານາດກິນ ກໍມັກເອີ້ນກັນວ່າ ສໍ່ຣາຊ ບັງຫລວງ. ທ່ານວ່າ ບໍຣິສັດທີ່ໃຫ້ ສິນບົນແກ່ນັກ ວິຊາການນັ້ນໂດຍ ມາກຈະເປັນຄົນລາວ ດ້ວຍກັນໂດຍທົ່ວໄປ ແລ້ວກໍບໍ່ໄດ້ລະບຸວ່າ ປະເທດນັ້ນປະເທດນີ້ ສ່ວນຫລາຍເປັນ ຄົນລາວດ້ວຍກັນ ແຕ່ວ່າແຕ່ລະບໍຣິສັດ ເງື່ອນໄຂບໍ່ສເມີ ກັນບໍ່ເໝືອນກັນ ຄົນລາວ ກັບຄົນລາວທີ່ເຮັດວຽກ ຮ່ວມກັນມີຜົນ ປະໂຍດຫລາຍກ່ວາ ການສໍ່ລາດບັງ ຫລວງ ໃນລາວເປັນພະຍາດ ຊໍາເຮືອທີ່ເຮັດກັນ ຢ່າງເປີດແປນແລະ ເກີດມີມານານແລ້ວ, ມີຫລາຍຮູບຫລາຍ ແບບຢູ່ໃນທຸກລະ ດັບວຽກງານຂອງຣັຖ ຈົນກາຍເປັນຄວາມ ນິຍົມແລະເປັນ ວິທີການລ້ຽງຊີບ ຂອງຜູ້ທີ່ມີໂອກາດ ເນື່ອງຈາກວ່າຂັ້ນເທິງເປັນ ຕົວຢ່າງບໍ່ດີ ຂັ້ນລຸ່ມກໍຂາດ ຄວາມເຊື່ອຖື ແລ້ວກໍສໍ່ໂກງນໍາກັນ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.