ກຸ່ມຄ້າມະນຸດ ຖືກຈັບ ພວກທີ່ຕົກເປັນເຫຍື່ອ ໄດ້ຮັບການ ຊ່ວຍເຫລືອ
2009.10.15
ລາຍງານຂ່າວຈາກ ກຸງຢ້າງກຸ້ງ ປະເທດພະມ້າ ເປີດເຜີຍມື້ ວັນທີ15ຕຸລາ2009ວ່າ ຊາວພະມ້າ 42ຄົນ ທີ່ຖືກກຸ່ມ ຄ້າມະນຸດຂາຍ ໄປປະເທດໄທ ຖືກສົ່ງກັບໄປ ພະມ້າ ຜ່ານເຂດຊາຍແດນ ພາກຕາເວັນອອກ ເມືອງເມັຍວະດີ ອີງຕາມລາຍງານ ຂອງກະຊວງ ປະຊາສົງເຄາະ ບັນເທົາທຸກແລະ ຈັດຕັ້ງຖິ່ນຖານ ພະມ້າ ໃນມື້ວັນ ພຣະຫັດນີ້.
ແຫລ່ງຂ່າວແຈ້ງວ່າ ຊາວພະມ້າ ທີ່ຖືກກຸ່ມ ຄ້າມະນຸດ ສົ່ງຂາຍ ກຸ່ມນີ້ມີຜູ້ຍິງ 30ຄົນ ແລະ ເດັກນ້ອຍ3ຄົນ ຊຶ່ງຣັຖມົນຕຣີ ກະຊວງ ປະຊາສົງເຄາະ ແລະ ພັທນາໄທ ໄດ້ນຳໄປມອບ ໃຫ້ຣັຖມົນຕຣີ ກະຊວງ ປະຊາສົງເຄາະ ຝ່າຍພະມ້າ ເມື່ອທ້າຍສັປດາ ຜ່ານມາ. ແຫລ່ງຂ່າວ ຍັງກ່າວອີກວ່າ ຜູ້ທີ່ຖືກສົ່ງ ກັບຄືນປະເທດ ຈະຖືກພາໄປ ສູນຝຶກສອນ ອາຊີພ ເມືອງມອນແຂວງ ໂມລໍາຍິນ ເພື່ອຮຽນວິຊາຊີບ ກ່ອນຈະຖືກ ສົ່ງກັບ ພູມລຳເນົາ.
ອີກເຫດການນຶ່ງ ເມື່ອເດືອນ ສິງຫາຜ່ານມາ ຜູ້ຍິງຊາວພະມ້າ 6ຄົນ ກໍໄດ້ຮັບການ ຊ່ວຍເຫລືອ ແລະສົ່ງກັບຈາກ ເຂດຊາຍແດນຈີນ ຫລັງຈາກໄດ້ມີ ການຮ່ວມມື ຕໍ່ຕ້ານປາບປາມ ການຄ້າມະນຸດ ຂອງທັງສອງ ປະເທດ. ທັງ6ຄົນ ໄດ້ຖືກສົ່ງຄືນ ໂດຍອົງການຕໍ່ຕ້ານ ການຄ້າມະນຸດ ໜ່ວຍພິເສດ ເມືອງ Ruili ຂອງຈີນ ໃຫ້ກັບໜ່ວຍງານ ຕໍ່ຕ້ານ ການຄ້າມະນຸດ ພິເສດພະມ້າ ເມືອງ Muse.
ນາຍໜ້າຜູ້ຊາຍ13ຄົນ ແລະຍິງ7ຄົນ ຈາກສອງຂະບວນ ການຄ້າມະນຸດ ຖືກຈັບ ໃນເຂດເມືອງ Ruili ໃນຈີນຊຶ່ງຕັ້ງ ຢູ່ກົງກັນຂ້າມ ກັບເມືອງMuse ໃນພະມ້າ ອີງຕາມລາຍງານ ຂອງເຈົ້າໜ້າທີ່ ປາບປາມການຄ້າ ຢາເສບຕິດ ແລະມະນຸດ ພະມ້າ.