ຝ່າຍຄ້ານ ຣັຖບາລອີຣ່ານ ຢືນຢັນ ປະທ້ວງຕໍ່ໄປ
2009.06.25
ເພື່ອທວງໃຫ້ທາງ ກາຣກ່ຽວຂ້ອງທີ່ ກຳກັບນຳກາຣ ເລືອກຕັ້ງໄດ້ ລົບລ້າງຜົລ ຄະແນນປ່ອນບັຕ ກາຣເລືອກຕັ້ງ ທີ່ຈັດຂື້ນໃນ ມື້ວັນທີ່12 ມີຖຸນາ ນີ້ທີ່ວ່າທ່ານ Mahmoud Ahmadinejad ປະທານາທິບໍດີ ອີຣ່ານ ໄດ້ຊະນະກາຣ ເລືອກຕັ້ງນັ້ນ ແຕ່ປະຊາຊົນ ຊາວອີຣ່ານ ສ່ວນໜື່ງທີ່ໃຫ້ ກາຣສນັບສນູນ ທ່ານ Mousavi ບໍ່ເຫັນພ້ອມ ເພາະເປັນກາຣເລືອກ ຕັ້ງທີ່ບໍ່ເປັນທັມ ແລະວ່າ ມີກາຣໂກງ ຄະແນນປ່ອນບັຕ ຈື່ງຢາກໃຫ້ມີ ກາຣເລືອກຕັ້ງໃໝ່ ທີ່ຂາວສະອາດ ຕາມຫລັກ ປະຊາທິປະໄຕ ຢ່າງແທ້ຈີງ.
ເຫຕຜົລດັ່ງກ່າວ ເຮັດໃຫ້ເກີດມີ ກາຣປະທ້ວງ ແຕ່ລະມື້ມາ ຢ່າງຕໍ່ເນື່ອງແລະ ທາງຝ່າຍຣັຖບາລ ກໍໄດ້ສົ່ງ ກຳລັງເຈົ້າໜ້າທີ່ ເຂົ້າປາບປາມ ຈົນມີຜູ້ໄດ້ຮັບ ບາດເຈັບທັງໝົດ ເທົ່າປັຈຈຸບັນ ປະມານ 200ຄົນແລະພວກທີ່ເສັຽຊີວີຕ ກໍມີເພີ່ມຂື້ນເຖີງ 20ຄົນ.
ກ່ຽວກັບຄວາມບໍ່ ສງົບໃນອີຣ່ານ ດັ່ງກ່າວທາງກາຣ ສະຫະຣັຖ ກໍພຍາຍາມ ທີ່ຈະບໍ່ໃຫ້ ຄຳເຫັນທີ່ອາຈເຮັດຜູ້ຄົນເຂົ້າ ໃຈວ່າ ສະຫະຣັຖ ເຂົ້າຫຍຸ້ງກ່ຽວກັບ ບັນຫາພາຍໃນ ແຕ່ໃນຂະນະ ດຽວກັນ ກໍພຍາຍາມທີ່ຢາກຈະໃຫ້ ມີກາຣໄກ່ເກັ່ຽ ເພື່ອບໍ່ໃຫ້ບັນຫາ ຄວາມບໍ່ສງົບ ແຜ່ຂຍາຍຮ້າຍແຮງ ໄປກວ່ານີ້ ດ້ວຍກາຣເຊື້ອເຊີນໃຫ້ນັກ ກາຣທູຕອີຣ່ານ ເດີນທາງໄປຢ້ຽມຢາມ ໃນຣະຫວ່າງ ເທສກາຣງານສລອງ ວັນຊາຕຂອງ ສະຫະຣັຖ ໃນວັນທີ່4 ກໍຣະກະດານີ້ ແຕ່ການເຊື້ອເຊີນ ດັ່ງກ່າວຖືກຍົກ ເລີກໄປແລ້ວດັ່ງ ທີ່ທ່ານ Robert Gibbs ໂຄສົກ ປະຈຳທຳນຽບຂາວ ໄດ້ແຈ້ງຕໍ່ທາງ ສື່ມວລຊົນ ໃນຕອນໜື່ງວ່າ:
ທ່ານວ່າ: “ຍ້ອນບັນຫາ ຄວາມບໍ່ສງົບ ທີ່ທາງເຈົ້າໜ້າທີ່ ປາບປາມຊາວອີຣ່ານ ເຖີງຂັ້ນມີຜູ້ ເສັຽຊີວີຕຍ້ອນນັ້ນ ທາງກາຣສະຫະຣັຖ ຈື່ງຖອນ ກາຣເຊື້ອເຊີນຢ່າງ ເປັນທາງກາຣ ແລະຈະບໍ່ຮັບ ກາຣເຂົ້າໄປ ຢ້ຽມຢາມ ສະຫະຣັຖຂອງທາງເຈົ້າໜ້າທີ່ ອີຣ່ານ ແຕ່ປະກາຣໃດ ໃນຂັ້ນຕໍ່ໄປ.
ກ່ຽວກັບ ຂໍ້ຮຽກຣ້ອງຂອງ ທ່ານ Mousavi ແລະປະຊາຊົນ ທີ່ປະທ້ວງທວງ ໃຫ້ມີກາຣ ລົບລ້າງຜົລຂອງກາຣເລືອກຕັ້ງນັ້ນ ທາງສະພາສູງສຸດ ຂອງສາສນາ ອີຣ່ານກໍວ່າ ພົບເຫັນມີກາຣ ສໍ້ໂກງພຽງ ສ່ວນນ້ອຍໃນບາງເຂຕ ເທົ່ານັ້ນ ແລະວ່າບໍ່ເຫັນ ສົມຄວນ ທີ່ຈະຕ້ອງໃຫ້ ລົບລ້າງແລະຈັດ ໃຫ້ມີກາຣເລືອກ ຕັ້ງໃໝ່ແຕ່ຢ່າງໃດເລີຽ.