ທາງການຈີນ ຕັດສິນ ປະຫານຊີວີດ ຊາວວີເກີ໊ ອີກ 6 ຄົນ
2009.10.15
ສານຈີນ ທາງພາກຕາເວັນຕົກ ທີ່ແຂວງຊີນຈຽງ ໄດ້ຕັດສີນ ປະຫານຊີວີດ ຊາວວີກເກີ ເພີ້ມອີກ 6 ຄົນ ໃນມື້ວັນພຣະຫັດ ຍ້ອນເຫດການ ຄວາມວຸ້ນວາຍ ທີ່ແຂວງດັ່ງກ່າວ ໃນເດືອນ ກໍຣະກະດາ ທີ່ຜ່ານມາ ທີ່ພາໃຫ້ມີ ການປະທະກັນ ຣະຫວ່າງຊາວ ຮັ໊ນຈີນ ກັບຊາວວີເກີ໊.
ອີງຕາມລາຍງານ ຈາກສຳນັກ ຂ່າວສານ ຊີນຫົວ ແຈ້ງວ່າຈຳນວນ ຜູ້ທີ່ຖືກຕັດສີນ ປະຫານຊີວີດ ໃນເຫດການນີ້ ຈາກສານຈີນ ໄປແລ້ວ 12 ຄົນ. ອີກ3ຄົນ ໃນຈຳນວນ ທີ່ຖືກສານຕັດສີນ ໃນມື້ດຽວກັນ ຖືກຄຸກ ຕຣອດຊີວີດ ຖານມີສ່ວນຮ່ວມ ໃນການສ້າງຄວາມວຸ້ນວາຍ ໃນເວລານັ້ນ ທີ່ເຮັດໃຫ້ຊາວ ວີເກີ໊ ແລະຊາວຮັ້ນ ປະທະກັນ.
ກ່ອນຫນ້ານີ້ ໃນມື້ວັນຈັນ ສານໄດ້ຕັດສີນ ປະຫານຊີວີດ ຜູ້ຕ້ອງຫາ 6 ຄົນ ມາແລ້ວ ທັງຫມົດເປັນຊາວ ວີເກີ໊ ແລະ ນື່ງຄົນຖືກໂທດ ຕຣອດຊີວີດ ໃນເຫດການ ຄວາມວຸ້ນວາຍ ທີ່ພາໃຫ້ຄົນ ເສັຽຊີວີດເກືອບ 200 ຄົນ ແລະໄດ້ຮັບບາດ ເຈັບປະມານ 1,600 ຄົນ ສ່ວນຫລາຍ ເປັນຊາວຮັ້ນຈີນ ອີງຕາມແຫລ່ງຂ່າວ ຂອງຣັຖບານຈີນ.
ໃນຈຳນວນ 9 ຄົນ ທີ່ຖືກສານຕັດສີນ ໃນມື້ວັນ ພຣະຫັດນັ້ນ ເປັນພາກສ່ວນຂອງ ຈຳນວນ ຜູ້ຕ້ອງໂທດ 14ຄົນ ທີ່ສານຕັດສີນ ໃນມື້ກ່ອນ. ໃນການຕັດສີນ ຄະດີສອງຄັ້ງ ທີ່ຫນັງສືພີມ ຊີນຫົວ ລາຍງານນັ້ນ ບໍ່ໄດ້ກ່າວເຖີງ ຜູ້ຕ້ອງຫາທີ່ ຍັງເຫລືອ 5ຄົນ ໃນການຕັດສີນ ຄະດີ ແຕ່ຈຳນວນ 9ຄົນ ທີ່ຖືກ ຕັດສີນນັ້ນ ຫນັງສືພີມ ບໍ່ໄດ້ບອກຊື່ ວ່າແມ່ນໃຜ.