ການຂັດແຍ່ງກັນ ຣະຫວ່າງ ໄທ ແລະ ກຳພູຊາ
2009.11.11
ໃນອາທິດຜ່ານມາ ທ່ານ ຮຸນ ເຊນ ຜູ້ນຳທີ່ເຂັ້ມແຂງ ຂອງກຳພູຊາ ໄດ້ເຮັດໃຫ້ເກີດ ມີຄວາມແຄ້ນເຄືອງຫລາຍ ຢູ່ປະເທດໄທ ຍ້ອນໄດ້ມີການ ແຕ່ງຕັ້ງ ທ່ານ ທັກສິນ ຊີນະວັດ ອະດີດ ນາຍົກຣັຖມົນຕຣີໄທ ທີ່ຖືກຍຶດອຳນາດ ໂດຍການຣັຖປະຫານ ໃນປີ 2006 ນັ້ນ ໃຫ້ເປັນທີ່ປຶກສາ ດ້ານເສຖກິດ ຂອງຕົນ.
ໜັງສືພິມ Kyoto News ລາຍງານວ່າ ໃນປີ 2008 ຜ່ານມາ ໄທ ໄດ້ສົ່ງສິນຄ້າ ໄປຂາຍໃຫ້ ກຳພູຊາ ຫລາຍເຖິງ 2,000 ລ້ານໂດລາສະຫະຣັດ ໃນຂນະທີ່ ກຳພູຊາ
ສົ່ງສິນຄ້າຂອງຕົນ ໄປຂາຍໃຫ້ໄທ ມີພຽງ 90 ລ້ານໂດລາສະຫະຣັດ ເທົ່ານັ້ນ.
ທີ່ບາງກອກ ທ່ານ ອະພິສິດ ເວດຊາຊີວະ ນາຍົກຣັຖມົນຕຣີໄທ ຖືກກົດດັນ ຈາກ ພັນທະມິດ ປະຊາຊົນ ເພື່ອປະຊາທິປະໄຕ ຊຶ່ງນິຍົມຝ່າຍຂວາ ທີ່ໄດ້ຍື່ນຄຳແນະນຳ
ກ່ຽວກັບບັນຫາ ກຳພູຊາ ໃຫ້ທ່ານ ຊຶ່ງໃນຈຳນວນນັ້ນ ໄດ້ສເນີໃຫ້ ໄທ ໄລ່ ຊາວກຳພູຊາ ອອກຈາກພື້ນທີ່ ທີ່ມີການຂັດແຍ່ງກັນ ແລະ ຊາວໄທ ບໍ່ໄປຫລິ້ນການ ພະນັນ casinos ຂອງ ກຳພູຊາ.
ພ້ອມກັນນັ້ນ ພັນທະມິດ ປະຊາຊົນ ເພື່ອປະຊາທິປະໄຕ ຍັງໄດ້ເຕືອນ ພັກເພື່ອໄທ ຊຶ່ງເປັນພັກຝ່າຍຄ້ານ ຢູ່ໄທ ບໍ່ໃຫ້ ສະໜັບສະໜູນ ກຳພູຊາ.