ກະຊວງການຕ່າງປະເທດ ຂອງວຽດນາມ ປະກາດ ເມື່ອຕົ້ນເດືອນມິຖຸນາ ນີ້ວ່າ ຈີນ ໄດ້ອອກຄໍາສັ່ງ ຫ້າມ ຫາປາ ໃນນ່ານນໍ້າ ບາງບ່ອນ ໃນທະເລຈີນ ຕອນໃຕ້, ຮວມທັງ ບໍຣິເວນ ນ່ານນໍ້າ ໃນເຂດຂອງວຽດນາມ.
ຕໍ່ກໍຣະນີ ດັ່ງກ່າວ, ຊາວປະມົງ ພວກຂະເຈົ້າ ພະຍາຍາມ ຫລີກລ້ຽງ ບໍຣິເວນ ທີ່ມີການຂັດແຍ່ງກັນ ແຕ່ວ່າ ການເພີ້ມກໍາລັງ ຮັກສາຄວາມສະງົບ ຂອງຈີນ ເຮັດໃຫ້ ການຫາຢູ່ຫາກິນ ຂອງຊາວວຽດນາມ ໄດ້ຮັບຜົນກະທົບ, ໃນຂະນະທີ່ ມີຂ່າວວ່າ ຊາວປະມົງ ບາງຄົນ ຖືກກັກຂັງ ທີ່ເກາະຮ່າຍໜານ ພ້ອມກັບ ມອງ ແລະ ປາ ຂອງຂະເຈົ້າ ກໍຖືກຍຶດ.
ທ່ານ ຮິນ ມິນ ອົງ ແລະ ເພື່ອນຊາວປະມົງ ຫລາຍໆຄົນ ເວົ້າວ່າ ພວກຂະເຈົ້າ ເຫັນເຮືອລາດຕາເວນ ຂອງຈີນ ຫລາຍລໍາ ອອກປະຕິບັດງານ ມາໄດ້ 2 ເດືອນແລ້ວ ໃນເຂດທີ່ມີຄວາມຂັດແຍ້ງກັນ ໃກ້ໆກັບ ເກາະ ປາຣາແຊວ, ແລະ ເກາະ ຮ່າຍໜານ.
ທ່ານ ອົງ, ອາຍຸ 50 ປີ, ເວົ້າຕື່ມວ່າ ເມື່ອມໍ່ໆມານີ້ ຣາຍໄດ້ ຈາກການຫາປາ ປະຈໍາເດືອນ ຂອງລາວ ຫລຸດລົງ ເຖິງເຄິ່ງນຶ່ງ ຄື ປະມານ 40 ຫາ 50 ລ້ານດົງ ຫລື ເທົ່າກັນກັບ 2,200 ຫາ 2,700 ດອນລາ ສະຫະຣັດ.
ຣາຍໄດ້ ທີ່ຫລຸດລົງ ນັ້ນ ສ່ວນໃຫຍ່ ເກີດມາຈາກ ການເພີ້ມມາຕການ ກວດກາ ຂອງຈີນ, ຊຶ່ງ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ວຽດນາມ ເວົ້າວ່າ: ຈີນ ເພີ້ມການລາດຕະເວນ ແລະ ຈັບ ຊາວປະມົງວຽດນາມ ໃນເຂດ ທະເລ ຝັ່ງຕາເວັນອອກ.