ຊາວພຸທວຽຕນາມ ຮ້ອງທຸກຂ໌

ຊາວພຸທວຽຕນາມ ຮ້ອງທຸກຂ໌ວ່າເຈົ້າໜ້າທີ່ຕໍາຣວຈ ຍັງສືບຕໍ່ປະຫັດປະຫາຣ ຊາວພຸທວຽຕນາມ ຢູ່ຄືເກົ່າ.
ຫວາດ ສີມູນ
2009.12.03

ຊາວພຸທວຽຕນາມ ທີ່ມີສັທທາຕໍ່ພຣະອາຈາຣ Thich Nhat Hanh ຜູ້ຊື່ງເຜີຽແຜ່ ພຸທສາສນາຢູ່ໃນໂລກ ຕະເວັນຕົກກ່າວວ່າ ພວກຕົນຖືກທາງການ ວຽຕນາມ ປາບປາມ ຍ້ອນວ່າພຣະອາຈາຣ Thich Nhat Hanh ໄດ້ຮຽກຮ້ອງໃຫ້ຣັຖບາລ ຄອມມີວນິສຕ໌ວຽຕນາມ ຢຸດເຊົາ ການຈໍາກັດຮັດແຄບ ການປະຕິບັຕ ທາງດ້ານ ສາສນາ ແລະຮຽກຮ້ອງ ໃຫ້ຍົກເລີກການຕິດຕາມ ການເຄື່ອນໄຫວທາງ ດ້ານສາສນາຂອງ ຊາວພຸທດັ່ງກ່າວ.

ຊາວພຸທກຸ່ມນີ້ກ່າວວ່າ ທາງການວຽຕນາມ ໄດ້ບັງຄັບໃຫ້ເຂົາເຈົ້າ ໜີອອກຈາກວັດ3ແຫ່ງ ທີ່ເຂົາເຈົ້າໃຊ້ ເປັນບ່ອນເພິ່ງພາອາສັຍ ນັບຕັ້ງແຕ່ຖືກ ກຸ່ມອັນຕະພານ ແລະເຈົ້າໜ້າທີ່ຕໍາຣວຈ ວຽຕນາມໄດ້ໄລ່ອອກ ຈາກວັດ Bat Nha ເມື່ອເດືອນກັນຍາ.

ໃນວັນອາທິດຜ່ານມາ ເຈົ້າໜ້າທີ່ຕໍາຣວດ ໄດ້ນໍາຕົວຄຣູບາ ແລະແມ່ຂາວໄປ 20 ຮູບອອກຈາກວັດ Tu Duc ຢູ່ໃນແຂວງ Khan Hua ແລ້ວເອົາໃສ່ຣົຖກັບຄືນ ໄປຍັງບ້ານເດີມ ຂອງພວກເພິ່ນ, ຕາມການບອກເລົ່າຂອງ ແມ່ຂາວ ຈັນຄົງ ຢູ່ພາກໃຕ້ ຂອງປະເທສຝຣັ່ງ.

ກ່ຽວກັບເຣືອງນີ້ ເຈົາໜ້າທີ່ຕໍາຮວຈວຽຕນາມ ປະຕິເສດໃຫ້ມີ ຄໍາເຫັນແນວໃດ ແລະບໍ່ສາມາດຕິດຕໍ່ ກັບທາງການວຽຕນາມໄດ້. ໃນສັປດາທີ່ແລ້ວນີ້ ສະພາສະຫະພາບ ຢູໂຣບ ໄດ້ຜ່ານຍັຕຕິຕໍານີ ການລະເມີດ ສິທທິມະນຸສຊົນ ໃນວຽຕນາມ ໂດຍໄດ້ຍົກເອົາເຫຕກາຣ ຢູ່ທີ່ວັດ Bat Nha ຂື້ນມາກ່າວ.

ພຣະອາຈາຣ Nhat Hanh ໄດ້ຖືກບັງຄັບໃຫ້ໜີ ອອກຈາກວຽດນາມ ພາກໃຕ້ໃນຊຸມປີ 1960 ຍ້ອນວ່າ ທ່ານຕໍ່ຕ້ານສົງຄາມ ໃນວຽຕນາມ. ເມື່ອ4ປີກ່ອນ ທ່ານໄດ້ກັບຄືນໄປ ຢ້ຽມຢາມວຽຕນາມ ແລະຖືກຮັບຕ້ອນ ຢ່າງອົບອຸ່ນຈາກ ທາງການວຽດນາມ ແຕ່ວ່າໃນຣະຍະ ການຢ້ຽມຢາມນັ້ນ ທ່ານໄດ້ແນະນໍາ ປະທານ ປະເທດວຽດນາມ ທ່ານ Nguyen Minh Triet ຢຸດເຊົາການຄວບຄຸມ ກິຈກາຣຂອງສາສນາ ແລະ ໃຫ້ພິຈາຣະນາ ເອົາຄໍາວ່າ “ສັງຄົມນິຍົມ” ອອກຈາກຊື່ທາງການ ປະເທສວຽຕນາມ. ຕັ້ງແຕ່ນັ້ນມາ ຄວາມສັມພັນຣະຫ່ວາງ ສໍານັກສາສນາພຸທ ຂອງທ່ານ ກັບຣັຖບາລວຽຈນາມ ຈື່ງຊຸດໂຊມລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.