ພວກກໍ່ການຈະລາຈົນ ຖືກຈັບອີກ ທີ່ ຢູຣໍາກີ

ຕໍາຣວດ ເມືອງ ຢູຣໍາກີ ຂອງຈີນ ກັກຂັງ ປະຊາຊົນ ຕື່ມອີກ 319 ຄົນ ໃນຂນະທີ່ ມີການສືບສວນ ກ່ຽວກັບ ການຈະລາຈົນ.
ຈະເຣີນສຸກ
2009.08.03

ເຈົ້າໜ້າທີ່ ຕໍາຣວດ ໃນເມືອງ ຢູຣໍາກີ ເວົ້າວ່າ ພວກຂະເຈົ້າ ໄດ້ກັກຂັງ ປະຊາຊົນ ຕື່ມອີກ 319 ຄົນ ທີ່ມີການພົວພັນ ກັບ ການຈາລະຈົນ ເມື່ອວັນທີ 5 ກໍຣະກະດາ ຜ່ານມາ ທີ່ແຂວງຊິນຈຽງ ເຂດປົກຄອງຕົນເອງ ຂອງຊາວວີເກີ ຂອງຈີນ.

ການກັກຂັງ ດັ່ງກ່າວ ເພີ້ມໃສ່ ຈໍານວນ ທີ່ຖືກກັກຂັງ 253 ຄົນ ທີ່ເຈົ້າໜ້າທີ່ ຕໍາຣວດ ໄດ້ປະກາດ ເມື່ອວັນທີ 29 ເດືອນກໍຣະກະດາ. ກ່ອນໜ້ານັ້ນ, ມີຫລາຍກ່ວາ 1000 ຄົນ ທີ່ສົງໃສ ວ່າຖືກກັກຂັງ ເມື່ອວັນທີ 6 ກໍຣະກະດາ, ມື້ທີ 2 ພາຍຫລັງ ທີ່ເກີດການປະທະກັນ ຢ່າງຮຸນແຮງ.

ໂຄສົກ ຂອງຕໍາຣວດ ບໍ່ໄດ້ໃຫ້ຣາຍລະອຽດ ວ່າ ມີພວກທີ່ຖືກກັກຂັງ ຈັກຄົນກັນແທ້ ທີ່ຖືກປ່ອຍໂຕ, ແລະ ປະຕິເສດ ທີ່ຈະໃຫ້ ຂໍ້ມູນ ນອກເໜືອ ຈາກ ຖແລງການ ທີ່ອອກ ໃນມື້ວັນອາທິດ.

ຖແລງການ ຈາກ ຫ້ອງການ ຮັກສາຄວາມສງົບ ເມືອງ ຢູຣໍາກີ ເວົ້າວ່າ ມີ 319 ຄົນ ຖືກກັກຂັງ ພາຍຫລັງ ທີ່ໄດ້ຮັບ ຂໍ້ມູນ ໂດຍຜ່ານການສວບສວນ ຂອງເຈົ້າໜ້າທີ່ ຕໍາຣວດ. ແລະ ວ່າ ພວກຕ້ອງສົງໃສ ຈະປະເຊີນ ກັບຄວາມຜິດ ທີ່ມີການພົວພັນ ກັບການຈາລະຈົນ ທີ່ເຮັດໃຫ້ 197 ເສັຍຊີວິດ. ກຸ່ມຄົນ ດັ່ງກ່າວ ຖືກຈັບ ໃນເມືອງຢູຣໍາກີ ຫລືວ່າ ເມືອງທີ່ໃກ້ຄຽງ.

ຫລາຍມື້ ຕໍ່ມາ ພາຍຫລັງ ທີ່ເກີດຄວາມຮຸນແຮງຂຶ້ນ, ກົມຮັກສາຄວາມສງົບ ຂອງຊິນຈຽງ ແລະ ຢູຣໍາກີ ໄດ້ອອກຄໍາສັ່ງ ໃຫ້ປະຊາຊົນ ນໍາພວກຕ້ອງສົງໃສ ທີ່ຍັງລອຍນວນຢູ່. ແລະ ວ່າ ພວກຕ້ອງສົງໃສ ຈະຖືກຈັບ ແລະ ລົງໂທດ ຕາມກົດໝາຍ ໂດຍບໍ່ມີຂໍ້ຍົກເວັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.