ຜູ້ນໍາພັດຖິ່ນ ວີເກີ Rebiya Kadeer ຈະເດີນທາງໄປ ຍີ່ປຸ່ນ
2009.10.20
ຕາມຂ່າວໃນ ເຫວບໄຊທ ທາງການຂອງ ສະພາຊາວວີເກີ ສາກົນ ເວົ້າວ່າ ມາດາມ ກາເດີຣ ຈະຢູ່ຍີ່ປຸ່ນ ຈົນເຖິງວັນທີ2 ພຶສຈິກາ ເພື່ອຂຶ້ນກ່າວປາໃສ ໃນມະຫາວິທຍາໄລ 10ແຫ່ງ. ມາດາມ ກາເດີຣ ຜູ້ເຄີຍເປັນ ນັກທຸຣະກິດ ແລະເປັນຜູ້ນໍາ ສະພາ ຊາວວີເກີສາກົນ ຢູ່ໃນຂນະນີ້ ໄດ້ເດີນທາງໄປ ຢ້ຽມຢາມຍີ່ປຸ່ນ ເທື່ອຫລ້າສຸດ ເມື່ອເດືອນ ກໍຣະກະດາ ແຕ່ໃນເທື່ອນີ້ ຈະເປັນເທື່ອທໍາອິດ ນັບຕັ້ງແຕ່ ທ່ານ Yukio Hatoyama ນາຍົກຣັຖມົນຕຣີ ຍີ່ປຸ່ນ ໄດ້ໃຫ້ຄໍາໝັ້ນ ສັນຍາ ວ່າຈະມີການ ພົວພັນເລີກເຊິ່ງຂຶ້ນ ກັບທາງການຈີນ ເມື່ອເດືອນທີແລ້ວ.
ຈີນ ໄດ້ກ່າວປະນາມ ຢ່າງແຮງກ້າ ກ່ຽວກັບການ ຢ້ຽມຢາມຍີ່ປຸ່ນ ເທື່ອທີແລ້ວຂອງທ່ານ, ທາງການຈີນ ກ່າວຫາ ມາດາມກາເດີຣ ວ່າເປັນຜູ້ຍຸຍົງ ໃຫ້ເກີດເຫດການ ວູ້ນວາຍເມື່ອເດືອນ ກໍຣະກະດາ ຢູ່ເມືອງອຸຣຸມຈິ ເຂດຊີນຈຽງ ໃນພາກຕາເວນຕົກ ສ່ຽງເໜືອ ຂອງຈີນ ຊຶ່ງເປັນຖີ່ນຖານ ຂອງຊາວວີເກີ ມຸສລິມ ແລະ ເປັນຊົນເຜົ່າ ສ່ວນນ້ອຍຂອງຈີນ ແລະເປັນເຂດ ທີ່ອຸດົມສົມບູນ ໄປດ້ວຍແຫລ່ງພະລັງງານ, ແຕ່ມາດາມ ກາເດີ ກໍໄດ້ປະຕິເສຕ ຂໍ້ກ່າວຫານັ້ນ.
ນອກຈາກ ທິເບດແລ້ວ ເຂດຊີນຈຽງ ເປັນນຶ່ງໃນ ຈໍານວນເຂດທີ່ ມີຄວາມຫລໍ່ແຫລມ ທີ່ສຸດທາງດ້ານ ການເມືອງໃນຈີນ ແລະ ທັງ2ເຂດນັ້ນ ທາງການຈີນ ຄວບຄຸມຢ່າງເຂັ້ມແຂງ ທັງໃນດ້ານ ສາສນາ ແລະວັທນະທັມ ຂອງປະຊາຊົນ ຂນະທີ່ໃຫ້ ສັນຍາ ເລື້ອງການເຕີບໂຕ ທາງດ້ານເສຖກິດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນ ໃນເຂດນັ້ນ.