ເກົາຫລີເໜືອ ຄວນນັບຖື ຂໍ້ຕົກລົງ ຂອງຕົນ

ເກົາຫລີເໜືອ ຄວນນັບຖື ຂໍ້ຕົກລົງຂອງຕົນ ທີ່ຜ່ານມາ ຖ້າປະສົງທີ່ຈະ ປັບປຸງການພົວພັນກັບ ສະຫະຣັຖອະເມຣິກາ ໃຫ້ດີຂຶ້ນ.
ມະນີຈັນ
2009.08.06

ທ່ານ Robert Gibbs ກ່າວວ່າ ວີທີທີ່ດີທີ່ສຸດ ເພື່ອທີ່ຈະປ່ຽນແປງ ການພົວພັນກັບ ສະຫະຣັດນັ້ນ ເກົາຫລີເໜືອ ຕ້ອງຕັດສີນໃຈວ່າ ເຖິງເວລາແລ້ວ ທີ່ເກົາຫລີເໜືອ ຈະຕ້ອງມີຄວາມ ຮັບຜິດຊອບແລະ ປະຕິບັດຕາມຂໍ້ຕົກລົງ ທີ່ຕົນເອງໄດ້ ເຂົ້າເປັນພາຄີ. ຄໍາເຫັນດັ່ງກ່າວ ຂອງທ່ານ Robert Gibbs ມີຂຶ້ນພາຍຫລັງການເດີນທາງ ໄປເກົາຫລີເໜືອຂອງທ່ານ Bill Clinton ອະດີດ ປະທານາທິບໍດີ ສະຫະຣັຖ ຊຶ່ງໄດ້ພົບປະ ກັບຜູ້ນໍາKim Jong-Ill ຂອງເກົາຫລີເໜືອ ເພື່ອຊ່ວຍໃຫ້ມີ ການປ່ອຍຕົວ ນັກຂ່າວຍີງ ອະເມຣິກັນ 2ຄົນທີ່ຖືກກັກຂັງ ຢູ່ເກົາຫລີເໜືອ ແຕ່ເດືອນມິນາມາ.

ຕໍ່ຄໍາຖາມທີ່ວ່າ ມີການປ່ຽນແປງບໍ່ ໃນການພົວພັນຂອງ ສະຫະຣັຖ ກັບເກົາຫລີເໜືອ ໃນໄລຍະ24ຊົ່ວໂມງ ທີ່ເກົາຫລີເໜືອ ໄດ້ໃຫ້ນິຣະໂທດ ແກ່ນັກຂ່າວ ອະເມຣິກັນ ທັງ2ຄົນນັ້ນ ໂຄສົກທໍານຽບຂາວ ບອກວ່າພວກທ່ານ ເບິ່ງບັນຫານັ້ນ ໃນຖານະ ເຫດການນຶ່ງອີກ.

ການເດີນທາງໄປ ເກົາຫລີເໜືອຂອງ ອະດີດ ປະທານາທິບໍດີ ສະຫະຣັຖ Bill Clinton ມີຂຶ້ນຖ່າມກາງ ຄວາມເຄັ່ງຕຶງຂຶ້ນ ສູ່ຣະດັບສູງ ຍ້ອນການທົດລອງ ນິວເຄັລຽ ແລະຈະຣວດນໍາວິຖີ ຂອງຝ່າຍເກົາຫລີເໜືອ  ອັນເປັນເຫດໃຫ້ ສະຫະປະຊາຊາດ ອອກມາຕການ ລົງໂທດເກົາຫລີເໜືອ ໜັກຂຶ້ນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.