ນະໂຍບາຍສິດທິມະນຸດ ຂອງສະຫະຣັຖ
2009.12.16
ຍານາງ ຮິລລີ ຄລິນເຕິນ ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ເຜີຍແຜ່ ນະໂຍບາຍ ວ່າດ້ວຍ ການປະຕິບັດ ສິດທິມະນຸດ ໃນມື້ວັນຈັນ ທີ 14 ທັນວາ ໂດຍຮຽກຮ້ອງ ປະເທດຕ່າງໆ ໃຫ້ປະຕິບັດ ຕາມມາຕຖານສາກົນ ຊຶ່ງເຮັດໃຫ້ ກຸ່ມປົກປ້ອງ ສິດທິມະນຸດ ສເນີຄນະຣັຖບານ ຂອງທ່ານໂອບາມາ ໃຫ້ປະຕິບັດ ຕາມນະໂຍບາຍດັ່ງກ່າວ.
ພຽງບໍ່ເທົ່າໃດມື້ ພາຍຫລັງ ທີ່ ປະທານາທິບໍດີ ບາຣັກ ໂອບາມາ ຂອງສະຫະຣັຖ ໄດ້ຮັບ ລາງວັນ ໂນແບວ ຂແນງສັນຕິພາບ, ໃນຂນະທີ່ ກ່າວປ້ອງກັນ ເຣື້ອງສົງຄາມ, ຍານາງ ຄລິນເຕິນ ກໍໄດ້ກໍານົດ ນະໂຍບາຍ ກ່ຽວກັບ ສິດທິມະນຸດ ໂດຍຮຽກຮ້ອງ ໃຫ້ປະຊາຊົນ ເປັນອິສຣະ ຈາກປະເທດກົດຂີ່ ຂະເຈົ້າ, ແລະ ມີອິສຣະ ໃນການສແວງຫາໂອກາດ ໃນອະນາຄົດ ທີ່ດີ ອີກດ້ວຍ.
ຍານາງ ຄລິນເຕິນ ບໍ່ພໍໃຈ ກັບ ກຸ່ມປົກປ້ອງ ສິດທິມະນຸດ ເມື່ອເດືອນກຸມພາ ຜ່ານມາ,ໃນເວລາ ທີ່ຍານາງ ເວົ້າວ່າ ສະຫະຣັຖ ເປັນຫ່ວງ ດ້ານສິດທິມະນຸດ ໃນຈີນ ຈະບໍ່ໄປແຊກແຊງ ການພົວພັນ ດ້ານການເງິນ ຫລື ການທູດ ກັບ ກຸງປັກກິ່ງ.
ໃນການປາສັຍ ທີ່ມະຫາວິທະຍາລັຍ ຈັອດສ໌ທາວນ໌, ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ຊີ້ແຈງ ກ່ຽວກັບ ການປະຕິບັດ ສິດທິມະນຸດ ວ່າ ຈະເຮັດໃຫ້ເປັນຫລັກການ ແລະ ການພັທນາ ແບບປະຊາທິປະໄຕ, ແຕ່ວ່າ ຈະປ່ຽນແປງໄປຕາມ ຣະບົບ ທີ່ຖືກນໍາໄປ ປະຕິບັດ ຕາມນະໂຍບາຍ. ຍານາງ ກ່າວວ່າ ຣັຖບານ ຊຸດນີ້ ກໍຄືກັບ ຊຸດອື່ນໆ ໃນກ່ອນໜ້ານັ້ນ, ຄືຈະສົ່ງເສີມ, ສນັບສນູນ ແລະ ປົກປ້ອງ ປະຊາທິປະໄຕ:
ຍານາງ ກ່າວວ່າ … "ປະຊາທິປະໄຕ ພິສູດໃຫ້ເຫັນ ວ່າ ເປັນຣະບົບການເມືອງ ທີ່ດີທີ່ສຸດ ໃນການເຮັດໃຫ້ ການປະຕິບັດ ດ້ານສິດທິມະນຸດ ປະກົດຜົນເປັນຈິງ ເປັນເວລາດົນນານ".
ຍານາງ ກ່າວຕໍ່ໄປ ອີກວ່າ ພາຣະໜ້າທີ່ ດ້ານສິດທິມະນຸດ ແມ່ນເຣີ້ມດ້ວຍ ຫລັກການພື້ນຖານທົ່ວໄປ, ຊຶ່ງນາງໃຫ້ຂໍ້ສັງເກດ ວ່າ ທ່ານ ໂອບາມາ ຕ້ອງການປິດ ຄຸກ ຄວນທານາໂມ ແລະ ໃນມື້ທີ່ສອງ ທີ່ຂອງທ່ານ ໃນການດໍາຣົງ ຕໍາແໜ່ງ ປະທານາທິບໍດີ, ທ່ານ ກໍໄດ້ອອກ ຄໍາສັ່ງ ຫ້າມບໍ່ໃຫ້ ເຈົ້າໜ້າທີ່ ສະຫະຣັຖ ທໍຣະມານນັກໂທດ.