Barack Obama ຕອບຂໍ້ຂ້ອງໃຈ

ປະທານາທິບໍດີ ສະຫະຣັຖທ່ານ Barack Obama ໄດ້ແຈ້ງເປັນກາຣ ຕອບຂໍ້ຂ້ອງໃຈ ຂອງທາງ CBS ທີ່ມີກຳໜົດ ອອກອາກາດ ໃນມື້ວັນຈັນ ນີ້ວ່າທາງກາຣ ສະຫະຣັຖ ມີກາຣຕຣຽມພ້ອມ ຕໍ່ເຫຕກາຣ ທີ່ອາຈຈະບັງເອີນ ເກີດຂື້ນກັບ ທາງເກົາຫລີເໜືອ ຊື່ງກໍຮວມ ທັງກາຣທີ່ອາຈ ເປັນໄປໄດ້ທີ່ວ່າ ເກົາຫລີເໜືອ ອາຈສົ່ງຂີປານະວຸທ ໄປເຖີງຍັງເຂຕແດນ ຂອງສະຫະຣັຖ ເຊັ່ນຣັຖ Hawaii ໃນຣະຫວ່າງ ເທສກາລກາຣ ສລອງວັນຊາຕ ສະຫະຣັຖ ໃນວັນທີ່ 4 ກໍຣະກະດາ ນີ້ກໍເປັນ ໄດ້ນັ້ນ.
ຫວາດ ສີມູນ
2009.06.22
F-Truck ທະຫານສະຫະຣັຖ ແລະເກົາຫລີໃຕ້ຮ່ວມ ຊ້ອມຣົບຢູ່ຫ່າງຈາກໂຊນ (Seoul)ທາງພາກເໜືອ ປະມານ65kms
Photo: AFP

ໃນເມື່ອຖາມວ່າ: ທາງກາຣ ສະຫະຣັຖ ກໍຈະຕ້ອງໄດ້ ບອກເຕືອນທາງກາຣ ທະຫາຣໃຫ້ມີ ກາຣພ້ອມຫລືບໍ? ແຕ່ທ່ານ Obama ກໍມີແຕ່ວ່າ ບໍ່ຢາກສ້າງຄວາມ ແຕກຕື່ນ ແຕ່ຫາກຢາກໃຫ້ ປະຊາຊົນມີ ຄວາມໝັ້ນໃຈວ່າ ທາງກອງທັພ ສະຫະຣັຖ ຢູ່ໃນທ່າຕຣຽມ ພ້ອມສເມີ.

ກາຣທີ່ທາງ ນັກຂ່າວ CBS ໄດ້ຂໍຄຳເຫັນ ດັ່ງກ່າວກໍຍ້ອນ ວ່າອີງຕາມກາຣ ຢັ່ງສຽງຂອງ ປະຊາຊົນນັ້ນ ປະມານ 51%ຂອງຊາວ ອະເມຣິກັນ ໄດ້ໃຫ້ຄຳເຫັນວ່າ ເກົາຫລີເໜືອ ເປັນບັນຫາທາງ ດ້ານຄວາມໝັ້ນຄົງ ຂອງສະຫະຣັຖ ຫລາຍກວ່າປະເທສ ອື່ນໆເຊັ່ນ ອີຣ່ານ ອີຣັກ ອັຟການິສຖານ ແລະປາກີສຖານ ນັ້ນດ້ວຍ.

ຢ່າງໃດກໍຕາມ ທ່ານ Robert Gates ຣັຖມົນຕຣີ ປ້ອງກັນປະເທສ ຂອງສະຫະຣັຖ ກໍວ່າມີກາຣ ເພີ່ມມາຕກາຣທາງ ດ້ານກາຣປ້ອງກັນ ທາງດ້ານເຂຕເກາະ ຮ໋າວາຍ ເປັນຢ່າງດີ ຕລອດມາໂດຽທາງ ພາຄສ່ວນກ່ຽວຂ້ອງ ໄດ້ຕິດຕາມກາຣ ເຂື່ອນໄຫວຂອງເຮືອ ກຳປັ່ນບັນທຸກ ສິນຄ້າ ຂອງທາງກາຣ ເກົາຫລີເໜືອ ໂດຽສະເພາະໃນ ເມື່ອມີກາຣ ສົງສັຍວ່າ ອາຈມີກາຣຕ່າງ ສິນຄ້າຫລືອາວຸທ ທີ່ຕ້ອງຫ້າມ ພາຍຫລັງທີ່ທາງ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາຕ ໄດ້ເຫັນພ້ອມລົງ ມັຕຕິຂ້ວມບາດ   ຫລືເພີ່ມ ການລົງໂທສທາງ ດ້ານເສຖກິຈແກ່ ເກົາຫລີເໜືອ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.