ປະຊຸມສະຫະປະຊາຊາດ ທີ່ Copenhagen

192 ປະເທດໃນໂລກ ເຂົ້າຮ່ວມກອງປະຊຸມ ສະຫະປະຊາຊາດ ກ່ຽວກັບ ສະພາບດິນຟ້າອາກາດ ທີ່ກຸງ Copenhagen ປະເທດ ເດນມາກ.
ຈຳປາທອງ
2009.12.08

192 ປະເທດໃນໂລກ ເຂົ້າຮ່ວມກອງປະຊຸມ ສະຫະປະຊາຊາດ ກ່ຽວກັບ ສະພາບດິນຟ້າອາກາດ ທີ່ກຸງ Copenhagen ປະເທດ ເດນມາກ ທີ່ໄຂຂື້ນໃນວັນຈັນນີ້. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງໃຫຍ່ທີ່ສຸດ ແລະ ສຳຄັນທີ່ສຸດ ແລະ ເປັນກອງປະຊຸມຄັ້ງ ປະຫວັດສາດ ຂອງ ສະຫະປະຊາຊາດ ກ່ຽວກັບ ສະພາບດິນຟ້າອາກາດ ໃນໂລກ.

ກອງປະຊຸມຄັ້ງນີ້ ເປັນກອງປະຊຸມ ທີ່ດີເລີດ ແລະຈະເປັນໂອກາດ ຄັ້ງສຸດທ້າຍ ສຳລັບການຕົກລົງກັນ ທີ່ຈະປົກປ້ອງໂລກ ອອກຈາກສະພາບໂລກຮ້ອນ ທີ່ຈະເຮັດໃຫ້
ມີຄວາມເສັຍຫາຍ.

ທ່ານ Yvo de Boer ຫົວໜ້າດ້ານດິນຟ້າອາກາດ ຂອງສະຫະປະຊາຊາດ ກ່າວວ່າ:

ທ່ານກ່າວວ່າ ທ່ານເຊື່ອວ່າ ບັນດາຜູ້ເຈຣະຈາ ເວລານີ້ ມີສັນຍານ ທີ່ຈະແຈ້ງກວ່າ ເວລາໃດໝົດ ຈາກບັນດາຜູ້ນຳໂລກ ໃນການຮ່າງຂໍ້ສເນີ ທີ່ແຂງແກ່ນໃນການ ປະຕິບັດ ໃນພາກຕົວຈິງ. ແລະກໍບໍ່ມີເວລາ ໃດໝົດໃນໄລຍະ 17 ປີທີ່ມີການເຈຣະຈາ ເລື່ອງການປ່ຽນແປງ ຂອງສະພາບອາກາດ ທີ່ວ່າຈະມີຫລາຍ ປະເທດໃຫ້ຄຳໝັ້ນ ສັນຍາຫລາຍ ຄືຈັ່ງຊີ້.

ກອງປະຊຸມ ຈະດຳເນີນໄປເປັນເວລາ 2 ອາທິດ ເພື່ອພິຈາຣະນາ ຮ່າງສົນທິສັນຍາໃໝ່ ແທນສົນທິສັນຍາເກົ່າ Kyoto ຫລັງຈາກຜົນຂອງ ການພົບປະເຈຣະຈາ
ແລະຖົກຖຽງກັນ ເປັນເວລາ 2 ປີມາ.

ບັນຫາໃຫຍ່ໃນຮ່າງສົນທິສັນຍາໃໝ່ນັ້ນ ມີຄື:

1.ການຕັ້ງກຳນົດ ເພື່ອຫລຸດຜ່ອນ ການປ່ອຍອາຍແກສ ປະກົດການເຮືອນແກ້ວ.

2.ການຜັກດັນໃຫ້ໃຊ້ ວິຊາການ ເທັກໂນໂລຈີໃໝ່ ເຂົ້າໃນການພັທນາ ທີ່ບໍ່ປ່ອຍອາຍແກສ ປະກົດການ ເຮືອນແກ້ວຫລາຍ.

3.ການຊ່ວຍເຫລືອເງິນທຶນ ແກ່ປະເທດທີ່ທຸກຍາກ ເພື່ອປັບຕົວເຂົ້າກັບ ການປ່ຽນແປງຂອງອາກາດ ຮວມທັງການຖ່າຍທອດ ເທກໂນໂລຈີໃໝ່ ໃຫ້ປະເທດທີ່ ກຳລັງພັທນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.