ບານກິມູນ ຈະຢ້ຽມຢາມ ຈີນແລະມົງໂກລີ.

ກະຊວງການ ຕ່າງປະເທດຈີນ ວ່າ ທ່ານບານກິມູນ ຈະເດີນທາງເຖິງ ຈີນ ໃນວັນພະຫັດ ນີ້ເພື່ອເຂົ້າຮ່ວມ ເຫດການຕ່າງໆ ທີ່ກ່ຽວພັນ ກັບບັນຫາ ການປ່ຽນແປງ ທາງສະພາບອາກາດ.
ມະນີຈັນ
2009.07.21

ຍານາງ Marie Okabe ຮອງໂຄສົກ ສະຫະປະຊາຊາດ ກ່າວຕໍ່ກອງປະຊຸມ ຖະແຫລງຂ່າວວ່າ ທ່ານມູນ ມີກໍານົດ ພົບປະກັບ ປະທານປະເທດ ຫູຈີນຕາວ ນາຍົກຣັຖມົນຕຣີ ເວິນເຈັ້ຽບາວ ຣັຖມົນຕຣີ ການຕ່າງປະເທດ Yang Jiechi ແລະເຈົ້າໜ້າທີ່ຈີນ ຄົນອຶ່ນໆໃນ ວັນສຸກ.

ເປັນທີ່ຄາດກັນວ່າ ການເຈຣະຈາ ຈະເນັ້ນໃສ່ບັນຫາ ໂຄງການນິວເຄັລຽ ຂອງເກົາຫລີເໜືອ ນໍາດ້ວຍ. ທ່ານ ມູນ ໄດ້ນໍາພາ ປະຊາຄົມສາກົນ ຮຽກຮ້ອງໃຫ້ມີ ການຢັ້ງມື ພາຍຫລັງເກີດເຫດການ ຄວາມວູ້ນວາຍທາງ ດ້ານຊົນເຜົ່າ ໃນເຂດຊີນຈຽງ ທາງພາກຕາເວນຕົກ ສ່ຽງເໜືອຂອງຈີນ ເມື່ອ2ອາທິດກ່ອນ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດຍ້ອນ ຢ່າງໜ້ອຍ192ຄົນ.

ຫລັງຈາກ ປະເທດຈີນແລ້ວ ທ່ານ ມູນ ກໍຈະເດີນທາງໄປ ຢ້ຽມຢາມມົງໂກລີ ຢ່າງເປັນທາງການ ເລີ້ມໃນວັນອາທິດ ເພື່ອປາໃສກ່ຽວກັບ ບັນຫາ ທ້າທາຍຕ່າງໆ ຈາກການ ປ່ຽນແປງທາງ ສະພາບອາກາດ ແລະການປັບຕົວ ໂດຍຈະເນັ້ນເຖິງ ຄວາມເປັນສະເພາະຕ່າງໆ ສໍາລັບບັນດາ ປະເທດທີ່ບໍ່ ຕິດທະເລຫລື landlocked countries ຄືດັ່ງ ມົງໂກເລັຽນີ້.

ພ້ອມດຽວກັນ ທ່ານກໍຈະເນັ້ນເຖິງ ຜົລກະທົບຈາກ ການປ່ຽນແປງທາງ ສະພາບອາກາດ ທີ່ມີຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ໂດຍສະເພາະຊຸມຊົນ ມົງໂກລ ທີ່ມີ ປະເພນີ ລ້ຽງສັດເປັນອາຊີບ ຖ່າມກາງ ການຂາດເຂີນນໍ້າ ແລະ ມີເນື້ອທີ່ປ່ຽນເປັນ ທະເລຊາຍ ຫລາຍຂຶ້ນນັ້ນ.

ທ່ານ ມູນ ຈະເປັນເຈົ້າພາບ ກອງປະຊຸມສຸດຍອດ ທີ່ສໍານັກງານໃຫຍ່ ສະຫະປະຊາຊາດ ໃນນະຄອນນິວຢອກ ນອກກອງປະຊຸມ ສມັດຊາໃຫຍ່  ໃນເດືອນກັນຍາ '09ນີ້  ເພື່ອສນັບສນູນ ຮ່າງຂໍ້ຕົກລົງ ສະບັບໃໝ່ວ່າດ້ວຍ ການປ່ຽນແປງທາງ ສະພາບອາກາດ ຊຶ່ງມີເປົ້າໝາຍ ຫລຸດຜ່ອນການປ່ອຍ ອາກາດເສັຽ carbon ສູ່ອາກາດໂລກ ແລະຄາດວ່າຈະ ຮັບຜ່ານກັນ ຢູ່ Copenhagen ປະເທດ Denmark ໃນເດືອນ ທັນວາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.