ຣັຖບານ ທະຫານພະມ້າ ແລະ ສະຫະຣັດ ເລີ້ມໄຂວາຈາ

ພັກ ສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ຂອງຍານາງ ອັອງ ຊານ ຊູ ຈິ ກ່າວວ່າ ບໍ່ມີການຕັ້ງ ເງື່ອນໄຂ ລ່ວງໜ້າ ໃນການເຈຣະຈາ ຣະຫວ່າງ ຣັຖບານ ທະຫານພະມ້າ ແລະ ສະຫະຣັດ.
ຈະເຣີນສຸກ
2009.10.01

ພັກຝ່າຍຄ້ານ ຂອງພະມ້າ ທີ່ນໍາພາ ໂດຍ ຍານາງ ອັອງ ຊານ ຊູ ຈິ ກ່າວໃນວັນພຸດນີ້ ວ່າ ບໍ່ຄວນ ທີ່ຈະກໍານົດເງື່ອນໄຂ ລ່ວງໜ້າ ໃນຂນະທີ່ ສະຫະຣັຖ ພວມເຣີ້ມຕົ້ນ ຫາລື ກັບ ຣັຖບານ ທະຫານພະມ້າ, ອີງຕາມ ຣາຍງານ ຂອງແຫລ່ງຂ່າວ ເອ ແອັຟ ພີ ໃນມື້ວັນພຸດນີ້.

ສະຫະຣັຖ ປະກາດ ເມື່ອວັນຈັນ ຜ່ານມາ ວ່າ ຕົນ ເຣີ້ມການຫາລື ກັບ ຣັຖບານທະຫານພະມ້າ, ເຖິງແມ່ນໄດ້ຢືນຢັນ ວ່າ ຈະລົງໂທດ ຢູ່ຕໍ່ໄປ ຈົນກ່ວາ ພະມ້າ ມີຄວາມກ້າວໜ້າ ທາງດ້ານປະຊາທິປະໄຕ.

ທ່ານ ນຽນ ວິນ, ໂຄສົກ ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ, ກ່າວວ່າ ການເຣີ້ມຕົ້ນ ຫາລື ຣະຫວ່າງ ສະຫະຣັຖ ແລະ ພະມ້າ ແມ່ນບາດກ້າວ ທີ່ດີ. ແລະ ກໍຈະ ດີທີ່ສຸດ ຖ້າຫາກວ່າ ບໍ່ມີການ ຕັ້ງເງື່ອນໄຂ ໄວ້ລ່ວງໜ້າ ໃນການຫາລື ດັ່ງກ່າວ.

ໂຄສົກ ກະຊວງການຕ່າງປະເທດ ສະຫະຣັຖ ກ່າວວ່າ ທ່ານ ເຄິກ ແຄມໂບ, ຜູ້ຊ່ອຍ ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ, ຮັບຜິດຊອບ ຝ່າຍເອເຊັຍ, ມີກໍານົດ ພົບພໍ້ ກັບ ຜູ້ແທນ ພະມ້າ, ຊຶ່ງນໍາໂດຍ ທ່ານ ອູ ທັອງ, ຣັຖມົນຕຣີ ກະຊວງ ວິທຍາສາດ ແລະ ເທັກໂນເລຈີ. ແລະ ຄາດວ່າ ທ່ານ ທັນ ສະເວ້, ຜູ້ແທນ ຈາກພະມ້າ ປະຈໍາ ສະຫະປະຊາຊາດ ຈະເຂົ້າ ຮ່ວມການຫາລື ເຊັ່ນດຽວກັນ.

ການທີ່ ຄນະຣັຖບານ ຂອງທ່ານ ໂອບາມາ ຕັດສິນໃຈ ພົວພັນ ກັບພະມ້າ ຄືນໃໝ່, ມີຂຶ້ນ ພາຍຫລັງ ທີ່ຕ່າງຝ່າຍ ກໍແຂງຂໍ້ ໃສ່ກັນ ມາຫລາຍປີ ແລະ ພິສູດ ໃຫ້ເຫັນວ່າ ບໍ່ມີຜົນດີຫຍັງ ເກີດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.