ທ່ານ U Nyan Win ຊີ້ແຈງ ຄວາມຄິດເຫັນຂອງ ມາດາມ ອັອງຊານ ຊູ ຈິ
2009.08.18

ມາດາມ ອັອງຊານຊູຈິ ຜູ້ນຳເພື່ອ ປະຊາທິປະໄຕ ພະມ້າ ທີ່ຍັງຖືກ ກັກຂັງບໍຣິເວນ ທີ່ບ້ານພັກ ບໍ່ຄັດຄ້ານຕໍ່ການ ຍົກເລີກ ການລົງໂທດບາງອັນ ຕໍ່ຣັຖບານ ທະຫານພະມ້າ. ຕາມຄຳເວົ້າຂອງ ທ່ານ Jim Webb ໃນວັນຈັນທີ່ ອົງການຂ່າວ AFP ລາຍງານໃນວັນ ທີ17ສິງຫາ 2009ນີ້.
ມາດາມ ອັອງຊານຊູຈິ ຜູ້ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ໄດ້ຮຽກຮ້ອງ ບໍ່ໃຫ້ມີການ ສົ່ງເສີມການລົງທຶນ ຂອງຕ່າງປະເທດ ຢູ່ໃນພະມ້າ ເພື່ອເປັກການໜີບ ຮັດຣັຖບານ ທະຫານພະມ້າ ແຕ່ທ່ານ Jim Webb ໄດ້ເປັນຜູ້ຕຳນິ ການລົງໂທດພະມ້າ ຂອງສະຫະຣັດ ນັ້ນຫລາຍ.
ທ່ານ Jim Webb ກ່າວວ່າ ດ້ວຍຄວາມນັບຖື ມາດາມ ອັອງຊານຊູຈິ ທ່ານບໍ່ຕ້ອງການ ນຳເອົາຄວາມສ່ຽງ ທີ່ຈະແປຄວາມໝາຍ ຂອງຄວາມຄິດເຫັນ ຂອງມາດາມ ແຕ່ທ່ານກໍຢາກ ສະແດງຄວາມເຂົ້າໃຈ ອັນແທ້ຈິງຂອງທ່ານ ຈາກມາດາມ ວ່າມາດາມ ບໍ່ໄດ້ຄັດຄ້ານ ຕໍ່ການຍົກເລີກ ການລົງໂທດບາງອັນ ນັ້ນ.
ເຖິງຢ່າງໃດກໍດີ ທ່ານ U Nyan Win ໂຄສົກ ພັກສັນນິບາດ ແຫ່ງຊາດເພື່ອ ປະຊາທິປະໄຕ ພະມ້າ ຊຶ່ງໄດ້ພົບກັບ ມາດາມ ອັອງຊານຊູຈິ ໃນຕອນແລງຂອງ ວັນຈັນນີ້ ກໍກ່າວວ່າ:
"ມາດາມ ອັອງຊານຊູຈິ ໄດ້ປະຕິເສດ ທີ່ວ່າມາດາມ ໄດ້ເວົ້າກັບທ່ານ Jim Webb ວ່າມາດາມ ສະໜັບສະໜູນ ການຍົກເລີກ ການລົງໂທດ ຕ້ານພະມ້ານັ້ນ. ແຕ່ມາດາມ ກ່າວວ່າມາດາມ ຈະຮ່ວມມືແລະ ຕ້ອງການທີ່ຈະ ຮ່ວມມືກັບຣັຖບານ ທະຫານພະມ້າ ກ່ຽວກັບບັນຫາ ການລົງໂທດນັ້ນ ແລະຕໍ່ມາທຳອິດ ຄ້າຍກັບວ່າຈະ ຕົກລົງກັນໄດ້ ແຕ່ຕໍ່ມາອີກ ທາງການ ທະຫານພະມ້າ ກໍເມີນເສີຍ ໃນເລື້ອງນີ້."
ຣະບອບການປົກຄອງ ທະຫານພະມ້າ ໄດ້ຕັດສິນລົງໂທດ ມາດາມ ອັອງຊານຊູຈິ ດ້ວຍການ ກັກຂັງບໍຣິເວນ ທີ່ບ້ານພັກຕໍ່ໄປ ອີກ18ເດືອນ ເພື່ອບໍ່ໃຫ້ ມາດາມ ມີໂອກາດໄດ້ ເຂົ້າຮ່ວມການ ເລືອກຕັ້ງທົ່ວໄປ ທີ່ວ່າຈະຈັດຂື້ນ ໃນປີ 2010 ທີ່ຈະມາເຖິງນີ້.