ເກົາຫລີໃຕ້ແລະຍີ່ປຸ່ນ ຈະກົດດັນເກົາຫລີເໜືອ

ເກົາຫລີໃຕ້ ແລະ ຍີ່ປຸ່ນ ຈະກົດດັນ ເກົາຫລີເໜືອ ກ່ຽວກັບ ເຣື້ອງການລັກພາໂຕ ຊາວເກົາຫລີເໜືອ ແລະ ຍີ່ປຸ່ນ
ຈະເຣີນສຸກ
2009.12.07

ເກົາຫລີເໜືອ ຈະປະເຊີນ ກັບທົບທວນ ຂອງສະຫະປະຊາຊາດ ໃນວັນຈັນນີ້ ກ່ຽວກັບ ສະຖານະການ ດ້ານສິດທິມະນຸດ ໃນຂນະທີ່ ເກົາຫລີໃຕ້ ແລະ ຍີ່ປຸ່ນ ຈະນໍາເອົາບັນຫາ ທີ່ກ່າວຫາວ່າ ເກົາຫລີເໜືອ ລັກພາໂຕ ຊາວຍີ່ປຸ່ນ ແລະ ເກົາຫລີໃຕ້.

ສໍາລັບຍີປຸ່ນ, ຈະກົດດັນ ເກົາຫລີເໜືອ ວ່າ ເມື່ອໃດ ເກົາຫລີເໜືອ ຈະສືບສວນ ການລັກພາໂຕ ຊາວຍີ່ປຸ່ນ, ໃນຂນະທີ່ ເກົາຫລີໃຕ້ ກໍຕ້ອງການໃຫ້ເກົາຫລີເໜືອ ອະທິບາຍ ໃຫ້ຟັງວ່າ ຈະເຮັດແນວໃດ ຈຶ່ງຈະສາມາດ ແກ້ໄຂບັນຫາ ການລັກພາຕົວ ປະຊາຊົນ ຂອງຕົນໄດ້.

ບັນຫາ ດັ່ງກ່າວ ຖືກເປີດເຜີຍ ໃນເອກສານ ທີ່ອອກເຜີຍແຜ່ ໂດຍ ສະພາສິດທິມະນຸດ ສະຫະປະຊາຊາດ ກ່ອນຈະມີການທົບທວນ, ຊຶ່ງການສຶກສາ ປວັດ ຫລື ການປະຕິບັດ ຂອງ ປະເທດ ສະມາຊິກ ອົງການສະຫະປະຊາຊາດ 192 ປະເທດ ທີ່ໄດ້ສົ່ງໃຫ້ ສະຫະປະຊາຊາດ ໃນທຸກໆ 4 ປີ.

ການທົບທວນ ດັ່ງກ່າວ ຈະຮວມທັງ ການຫາລືກັນ ຢ່າງເປີດເຜີຍ ໃນນະຄອນ ເຈັນເນວາ ຣະຫວ່າງ 47 ປະເທດ ໃນສະພາ ແລະ ເກົາຫລີເໜືອ. ພ້ອມດຽວກັນນັ້ນ, ສະຫະພາບ ຢູໂຣບ ຮວມທັງ ເຢັຍຣະມັນ, ເດັນມາກຣ ແລະ ສະວີເດັນ ກໍຈະສອບຖາມ ເກົາຫລີເໜືອ ເຊັ່ນກັນ ກ່ຽວກັບ ບັນຫາ ສຸຂພາບ ແລະ ການເສັຍຊີວິດ ຂອງເດັກນ້ອຍ ຍ້ອນຂາດສານອາຫານ.

ນອກຈາກນັ້ນ, ກຸ່ມປົກປ້ອງ ສິດທິມະນຸດ ຍັງໄດ້ກ່າວຫາ ເກົາຫລີເໜືອ ກ່ຽວກັບ ການປະຫານຊີວິດ ຢ່າງຜິດກົດໝາຍ ແລະ ສັງຫານ ລູກເກີດໃໝ່ ຂອງຜູ້ທີ່ຖືກກັກຂັງ. ພວກທີ່ຖືກກັກຂັງ ຖືກບັງຄັບໃຫ້ເຮັດໃຫ້ ຢ່າງໜ້ອຍ 10 ຊົ່ວໂມງ ຕໍ່ມື້, ໂດຍບໍ່ໄດ້ພັກຜ່ອນ,  ແລະ ກໍຖືກລົງໂທດ ຖ້າຫາກວ່າ ບໍ່ຈື່ເນື້ອເພງຮັກຊາດ ຂອງເກົາຫລີເໜືອ.

ເຖິງຢ່າງໃດ ກໍຕາມ, ເກົາຫລີເໜືອ ກໍໄດ້ສົ່ງເອກສານ ໃຫ້ສະຫະປະຊາຊາດ ເຊັ່ນກັນ, ໂດຍເວົ້າວ່າ ຕົນ ຫ້າມການທໍຣະມານ, ການລົງໂທດ ປະຫານຊີວິດ ພຽງແຕ່ ກໍຣະນີໂທດໜັກ ຕາມກົດໝາຍ ເທົ່ານັ້ນ ແລະ ກໍໄດ້ປັບປຸງ ອັຕຣາ ການເສັຍຊີວິດ ແລະ ສານອາຫານ ຂອງເດັກນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 13, 2009 09:27 AM

ALL MY FAMILY LOVE IT.