ຕາຍ 140 ຄົນ ທີ່ ຊີນຈຽງ ປະເທດຈີນ
2009.07.07

ຜູ້ນຳກຸ່ມ ວີເກີ້ ພັດຖິ່ນ ກ່າວມື້ ວັນຈັນ ນີ້ວ່າ ເຈົ້າໜ້າທີ່ຕຳຣວດ ຈີນ ຍິງປືນສາດໃສ່ ຝູງຊົນ ໃນເຫດການ ຈະຣາຈົນ ຂອງກຸ່ມ ວີເກີ້ ຢູ່ເຂດ ຊີນຈຽງ ນອກຈາກນັ້ນ ຍັງໃຊ້ ຣົດຍົນໄລ່ຢຽບ ໄລ່ຕຳ ພວກປະທ້ວງ.
ຜູ້ນຳກຸ່ມ ວີເກີ້ພັດຖິ່ນ ກ່າວຕໍ່ໄປວ່າ ພວກເຂົາຍິງສາດ ໄປທົ່ວບໍ່ເລືອກ ວ່າຜູ້ຊາຍ ຫລືຜູ້ຍິງ ນອກຈາກນັ້ນຍັງ ໃຊ້ຣົດ ໄລ່ຢຽບໄລ່ຕຳ ກຸ່ມປະທ້ວງ ຢູ່ບາງເຂດຂອງ ເມືອງ
ນອກຈາກນີ້ ຜູ້ຢູ່ໃນເຫດການ ຍັງເລົ່າກ່ຽວກັບ ການຈະຣາຈົນວ່າ:
"There snapping car windows, driving by, smashing pub windows, tear gas, I heard several round of gun fires, explosions."
ລາວວ່າ: ມີສຽງ ແວ່ນຣົດແຕກ, ສຽງແວນ ປ່ອງຢ້ຽມແຕກ, ສຽງຣະເບີດນ້ຳຕາ, ສຽງປືນດັງຫລາຍໆ ນັດ ແລະສຽງຣະເບີດ. ທາງການ ຈີນກ່າວວ່າ ໃນການຈະຣາຈົນ ຂອງພວກ ວີເກີ້ ເມື່ອວັນອາທິດ ຜ່ານມາທີ່ ຢູຣຳກີ ເມືອງເອກຂອງເຂດ ຊິນຈຽງ ມີຜູ້ເສັຍຊີວິດ ຢ່າງໜ້ອຍ 140ຄົນ, ຊຶ່ງເປັນ ການຈະຣາຈົນ ທີ່ມີການເສັຍ ຊີວິດ ຫລາຍທີ່ສຸດ ທີ່ເກີດຂື້ນພາຍ ໃນປະເທດ ໃນຫລາຍໆ ທົສວັດ ທີ່ຜ່ານມາ.
ຊາວວີເກີ້ ເປັນປະຊາຊົນ ຢູ່ໃນແຄວ້ນ ຊີນຈຽງ ທາງພາກ ຕາເວັນອອກ ສຸດຂອງຈີນ ຖືກຈີນຍຶດຄອງ ໃນສໄມ ເມົາເຊຕຸງ ແຜ່ຜາຍອຳນາດ ຈົນຄົນກຸ່ມນຶ່ງ ພາກັນ ດີ້ນຮົນຕໍ່ສູ້ ເອົາເອກກະຣາດ ຕລອດມາ.