ໂອບາມາ ຊື່ນຊົມໃນຄວາມສໍາເຣັດ ຂອງສປຈີນ
2009.11.17
ທ່ານ Barack Obama ປະທານາທິບໍດີ ສະຫະຣັຖ ອະເມຣິກາ ທີ່ກໍາລັງຢ້ຽມຢາມຈີນ ກ່າວວ່າ ສະຫະຣັຖ ຈະບໍ່ຊອກຊ່ອງທາງ ສະກັດກັ້ນ ການຂຍາຍຕົວຂອງຈີນ ແລະ ທ່ານກໍສັລເສີນຈີນ ໃນຖານະເປັນ ປະເທດສມາຊິກ ປະຊາຄົມບັນດາຊາດ ທີ່ເຂັ້ມແຂງ ອຸດົມສົມບູນ ແລະ ມີຄວາມສໍາເຣັດ. -ຕາມຣາຍງານຂ່າວ ຊີນຫົວ ວັນຈັນນີ້.
ທ່ານ ໂອບາມາ ກ່າວເຊັ່ນນັ້ນ ໃນຣະຫວ່າງການ ສົນທະນາ ກັບຊາວນຸ່ມຈີນ ຢູ່ຫໍພິພິຕພັນ ວິທຍາສາດ ແລະເທັກໂນໂລຈີ Shanghai ເມືອງເສຖກິດທີ່ສໍາຄັນ ຂອງຈີນ. ໃນຣະຫວ່າງ ການຢ້ຽມຢາມຈີນ ເປັນເທື່ອທໍາອິດ ນັບຕັ້ງແຕ່ເຂົ້າດໍາຣົງ ຕໍາແຫນ່ງແຕ່ເດືອນ ມົກກະຣາມາ ທ່ານໂອບາມາ ວ່າ ທ່ານຈະຫາຣືກ່ຽວກັບ ການຟື້ນຟູທາງເສຖກິດ ການປ່ຽນແປງຂອງ ສະພາບອາກາດ ແລະການຢຸດເຊົາ ຂຍາຍອາວຸດນິວຄເລັຽ ໃນການເຈຣະຈາກັບ ປະທານປະເທດຈີນ ຫູຈີນຕາວ. ພ້ອມດຽວກັນ ທ່ານກໍກ່າວ ສັລເສີນຈີນວ່າ:
"In addition to your growing economy we admire China’s extraordinary commitment to science and research … ນອກຈາກ ການເຕີບໂຕທາງເສຖກິດ ຂອງຈີນແລ້ວ ສະຫະຣັຖ ຍັງມີຄວາມເພິ່ງພໍໃຈ ໃນການມີພັນທະ ເປັນພິເສດເລື້ອງ ວິທຍາສາດ ແລະ ການຄົ້ນຄວ້າຂອງຈີນ ທີ່ເປັນບໍ່ເກີດ ຂອງທຸກຢ່າງນັບຕັ້ງແຕ່ ໂຄງສ້າງພື້ນຖານ ໄປຮອດການນໍາໃຊ້ ເຕັກໂນໂລຈີຂອງຈີນ."
ທ່ານ ໂອບາມາ ຍັງກ່າວເພີ້ມວ່າ ວຽກງານທີ່ພວກທ່ານເຮັດ, ຄວາມສົມບູນພູນສຸກທີ່ ພວກທ່ານສ້າງ, ສະພາບແວດລ້ອມ ທີ່ພວກທ່ານປົກປ້ອງ ແລະຄວາມໝັ້ນຄົງນັ້ນ ພວກທ່ານ ຊອກສ່ອງທາງ ເພື່ອມີສ່ວນຮ່ວມ ນໍາກັນທຸກຝ່າຍ ແລະວ່າ ຜົລສໍາເຣັດ ຂອງປະເທດນຶ່ງ ບໍ່ແມ່ນຈະໄດ້ມາ ໂດຍທີ່ອີກປະເທດນຶ່ງ ຕ້ອງສູນເສັຽ. ການພົວພັນ ສະຫະຣັຖ-ຈີນ ມີລັກສນະບວກ ເສີມສ້າງກວ້າງຂວາງ ແລະວ່າການພົວພັນ ຈີນ-ສະຫະຣັຖ ເປີດກວ້າງສູ່ການ ເປັນພາຄີໃນບັນຫາ ສາກົນທີ່ສໍາຄັນຕ່າງໆ ເຊັ່ນ: ການຟື້ນຟູເສຖກິດ ການພັທນາ ພະລັງງານສອາດ ການສົ່ງເສີມສັນຕິພາບ ແລະຄວາມໝັ້ນຄົງ ໃນເອເຊັຽແລະ ໃນທົ່ວໂລກ ເປັນຕົ້ນ. ພ້ອມດຽວກັນ ທ່ານກໍເນັ້ນວ່າ ສະຫະຣັຖ ຈະສືບຕໍ່ສນັບສນູນ ນະໂຍບາຍຈີນດຽວ ແລະຈະຍີນດີຫລາຍ ຖ້າຫາກວ່າການ ພົວພັນຂ້າມສ່ອງແຄບ ໃຕ້ຫວັນຖືກປັບປຸງ ໃຫ້ດີຂຶ້ນ.