ໂອບາມາເວົ້າຕໍ່ຜູ້ນໍາຈີນວ່າ ແຕ່ລະຊົນເຜົ່າມີສິດທິມະນຸສ ດ້ວຍກັນ

ປະທານາທິບໍດີ ສະຫະຣັຖ ບອກກັບ ຜູ້ນໍາຈີນ ວ່າ ຊົນຊາດຊົນເຜົ່າ ສ່ວນນ້ອຍ ໝົດທຸກເຜົ່າ ມີສິດປະຕິບັດ ສິດທິມະນຸສ ຂອງຂະເຈົ້າ.
ຈະເຣີນສຸກ
2009.11.18

ທ່ານ ບາຣັກ ໂອບາມາ, ປະທານາທິບໍດີ ສະຫະຣັຖ, ກ່າວໃນອັງຄານນີ້ວ່າ ທ່ານ ບອກກັບ ຈີນ ວ່າ ຊົນຊາດຊົນເຜົ່າ ທັງໝົດ ຄວນ ພໍໃຈ ກັບການປະຕິບັດ ສິດທິມະນຸດ ຂອງຂະເຈົ້າ ແລະ ຮຽກຮ້ອງ ຈີນ ໃຫ້ເປີດການຫາລື ກັບ ຜູ້ຕາງໜ້າ ຂອງອົງດາລາຍ ລາມະ, ອີງຕາຣາຍງານ ຂອງແຫລ່ງຂ່າວ ຣອຍເຕີ ໃນມື້ວັນທີ 17 ພຶສຈິການີ້.

ທີ່ກອງປະຊຸມ ໃຫ້ສັມພາດຂ່າວ ທີ່ກຸງປັກກິ່ງ, ທ່ານ ໂອບາມາ ເວົ້າວ່າ ທ່ານ ຍັງໄດ້ບອກ ກັບ ທ່ານ ຮູ ຈິສຕາວ, ປະທານປະເທດຈີນ, ກ່ຽວກັບ ຄວາມເຊື່ອຖື ດ້ານສິດທິມະນຸສ ຂອງສະຫະຣັຖ. ທ່ານ ກ່າວໃນຕອນນຶ່ງ ວ່າ:

ທ່ານ ກ່າວວ່າ …ພວກທ່ານ ສັງເກດເຫັນວ່າ ໃນຂະນະທີ່ ພວກທ່ານ ຍອມຮັບ ຕີເບດ ວ່າ ເປັນສ່ວນນຶ່ງ ຂອງສປຈີນ, ສະຫະຣັຖ ສນັບສນູນ ໃຫ້ຟື້ນຟູ ການເຈຣະຈາ ຣະຫວ່າງ ຣັຖບານຈີນ ແລະ ຜູ້ຕາງໜ້າ ຂອງອົງດາລາຍ ລາມະ ເພື່ອແກ້ໄຂບັນຫາ ທີ່ຍັງເປັນໜ້າເປັນຫ່ວງ ແລະ ຄວາມແຕກຕ່າງກັນ, ທີ່ທັງສອງຝ່າຍ ຍັງຄ້າງຄາ ກັນຢູ່.  

ໃນຄໍາປາໃສ ທີ່ກຸງໂຕກຽວ ເມື່ອວັນເສົາ ຜ່ານມາ, ທ່ານ ໂອບາມາ ຍໍ້າເຖິງ ຄວາມສໍາຄັນ ດ້ານສິດທິມະນຸດ ວ່າ ເປັນຄຸນຄ່າສໍາຄັນ ຂອງສະຫະຣັຖ. ກຸ່ມປົກປ້ອງ ສິດທິມະນຸສ ໄດ້ຮຽກຮ້ອງ ທ່ານ ໂອບາມາ ຍົກບັນຫາ ດ້ານສິດທິມະນຸສ, ໂດຍສະເພາະ ໃນຕີເບດ ແລະ ຊິນຈຽງ, ຂຶ້ນຫາລື ກັບຜູ້ນໍາຈີນ ໃນເວລາ ຢ້ຽມຢາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.