ສະພາບການ ໃນອີຣ່ານ ຫລັງການເລືອກຕັ້ງ

ພາຍຫລັງກາຣ ປະກາສຜົລກາຣ ເລືອກຕັ້ງໃນມື້ ວັນທີ່ 12 ມີຖຸນາ ທີ່ວ່າທ່ານ Mahmoud Ahmadinejad ປະທານາທິບໍດີ ເປັນຜູ້ຊະນະ ແລະດຳຣົງ ຕຳແໜ່ງຜູ້ນໍາ ອີຣ່ານຕໍ່ໄປ.
ຫວາດ ສີມູນ
2009.06.24

ທ່ານ Mir Hossein Mousavi ຜູ້ນຳພັກຝ່າຍຄ້ານ ພ້ອມດ້ວຍ ປະຊາຊົນ ສ່ວນໜື່ງບໍ່ພໍໃຈ ແລະກ່າວຫາວ່າ ເປັນກາຣເລືອກຕັ້ງ ທີ່ບໍ່ໂປ່ງໃສ ຈື່ງພາກັນປະທ້ວງ ເປັນກາຣທວງໃຫ້ທາງກາຣ ກ່ຽວຂ້ອງ ຂອງສະພາປົກຄອງ ສູງສຸດ ຂອງອິສລາມ ລົບລ້າງຜົລກາຣເລືອກຕັ້ງ ແລ້ວຈັດໃຫ້ມີ ກາຣປ່ອນບັຕ ຄືນໃໝ່ ແຕ່ທາງກາຣ ກ່ຽວຂ້ອງບໍ່ຍອມປະຕິບັຕ ຕາມກາຣຮຽກຮ້ອງ ຂອງປະຊາຊົນ ຈື່ງມີກາຣສືບ ຕໍ່ກາຣປະທ້ວງ ຂອງປະຊາຊົນ ນັບເປັນພັນໆຄົນ ມາຢ່າງຕໍ່ເນື່ອງ.

ເພື່ອຮັກສາຄວາມ ເປັນຣະບຽບຮຽບຮ້ອຍ ທາງເຈົ້າໜ້າທີ່ ຕຳຣວຈແລະກຳລັງ ຂອງໜ່ວຍຮັກສາ ຄວາມ ສງົບໃນກຸງ Tehran ຈື່ງເຂົ້າສກັດກັ້ນ ແລະປາບປາມ ເຮັດໃຫ້ມີ ປະຊາຊົນໄດ້ ຮັບບາດເຈັບ ຮ້ອຍກວ່າຄົນແລະ ເສັຽຊີວີຕໄປຍ້ອນ ບໍ່ຕໍ່າກວ່າ17ຄົນ ແລະອາຈມີຫລາຍ ເພີ່ມຂື້ນເລື້ອຍໆ.

ກ່ຽວກັບເຫຕກາຣ ຄວາມບໍ່ສງົບ ແລະ ມີປະຊາຊົນ ເສັຽຊີວີຕໄປ ຍ້ອນກາຣປາບປາມ ຂອງທາງເຈົ້າໜ້າທີ່ດັ່ງກ່າວ ທ່ານ Barack Obama ປະທານາທິບໍດີ ສະຫະຣັຖ ກໍໃຫ້ຄຳເຫັນວ່າ:

“I stongly condemn these unjust…” ທ່ານວ່າ: “ຂ້າພະເຈົ້າ ປະນາມຢ່າງແຂງແກ່ງ ຕໍ່ກາຣປາບປາມປະຊາຊົນ ແບບບໍ່ເປັນທັມ ຂອງທາງ ເຈົ້າໜ້າທີ່ ແລະ ພ້ອມດຽວກັນນີ້ ທ່ານເອງພ້ອມດ້ວຍ ຊາວອະເມຣິກັນ ກໍຂໍແສດງຄວາມເສົ້າ ສລົດໃຈ ຕໍ່ກາຣສູນເສັຽ ຊີວີຕຂອງຊາວ ອີຣ່ານທຸກໆຄົນ ຈາກເຫຕກາຣ ປະທ້ວງດັ່ງກ່າວ”.

ໃນຂະນະດຽວ ກັນນີ້ຜູ້ນຳ ສະຫະຣັຖ ກໍຮຽກທວງໃຫ້ ທາງກາຣອີຣ່ານ ໄດ້ຍຸຕິກາຣປາບປາມປະຊາຊົນ ຢ່າງສິ້ນເຊີງ ພ້ອມກັບຢາກໃຫ້ ມີກາຣ ພິຈາຣະນາ ບັນຫາຂັດແຍ່ງ ພາຍໃນໂດຽ ສັນຕິວີທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.