ເກົາຫລີເໜືອ ຂໍປຶກສາກັບ ສະຫະຣັຖ ອະເມຣິກາ ທີ່ກຸງພຽງຢາງ ໃນບັນຫາ ນີວເຄລັຽ

ເກົາຫລີເໜືອໄດ້ ເຊີນເຈົ້າໜ້າທີ່ ທາງການຂອງ ສະຫະຣັຖ ອະເມຣິກາ ໃຫ້ໄປຢ້ຽມຢາມ ເກົາຫລີເໜືອ ພາຍໃນເດືອນໜ້ານີ້ ເພື່ອຫາລືກ່ຽວກັບ ໂຄງການນີວເຄລັຽ ຂອງເກົາຫລີເໜືອ. ຕາມລາຍງານ ຂອງສື່ມວລຊົນ ເກົາຫລີໃຕ້.
ສົມເນ
2009.08.25

ຖ້າຫາກວ່າລາຍງານນີ້ ເປັນຄວາມຈິງ ກໍໝາຍຄວາມວ່າ, ເກົາຫລີເໜືອ ໄດ້ເອົາບາດກ້າວໃໝ່ ໃນການເວົ້າຈາກັບ ປະຊາຄົມໂລກ, ຫລັງຈາກ ເກົາຫລີເໜືອຖືກ ສະຫະປະຊາຊາດ ລົງໂທດ ທາງດ້ານເສຖກີດ, ຍ້ອນເກົາຫລີເໜືອ ທົດລອງນີວເຄລັຽ ເມື່ອເດືອນພຶສພາ ຜ່ານມາ.

ລາຍງານໜັງສືພິມ JoongAng Ilbo ໂດຍອ້າງອິງໃສ່ ຄໍາເວົ້າ ຂອງນັກການທູດ ຂັ້ນສູງທີ່ ກຸງວໍຊິງຕັນ, ວ່າທ່ານ Stephen Bosworth ຈະເປັນຜູ້ນໍາພາ ຄນະຜູ້ແທນ ສະຫະຣັຖ ເດີນທາງໄປປະເທດ ເກົາຫລີໃຕ້ ປະເທດຈີນ ແລະຍີ່ປຸ່ນ ເສັຽກ່ອນ, ເພື່ອສົນທະນາ ບັນຫານີວເຄລັຽ ກ່ອນຈະເດີນທາງຕໍ່ ໄປຍັງກຸງພຽງຢາງ.

ໜັງສືພິມຢອນຮັບ ຂອງເກົາຫລີໃຕ້ ກໍລາຍງານຄ້າຍໆ ດຽວກັນນີ້ວ່າ, ເກົາຫລີເໜືອໄດ້ ເຊື້ອເຊີນສະຫະຣັຖ ໄປຢ້ຽມຢາມ ເກົາຫລີເໜືອ, ໃນເວລາທີ່ທ່ານ Bill Clinton ອະດີດ ປະທານາທິບໍດີ ສະຫະຣັຖ ໄດ້ເດີນທາງໄປ ເກົາຫລີເໜືອ ເພື່ອຂໍຮ້ອງໃຫ້ ເກົາຫລີເໜືອ ປ່ອຍນັກຂ່າວຊາວ ອາເມຣິກັນ ສອງຄົນ ທີ່ເກົາຫລີເໜືອ ຈັບໄວ້.

ຖ້າຫາກເປັນດັ່ງນັ້ນ, ກໍຈະເປັນຂີດໝາຍ ທໍາອິດ ຂອງການເຈຣະຈາ ໂດຍກົງຣະຫ່ວາງ ເກົາຫລີເໜືອ ກັບສະຫະຣັຖ ອະເມຣິກາ, ກ່ຽວກັບບັນຫາ ນີວເຄລັຽ.

ສ່ວນທາງສຖານທູດ ສະຫະຣັຖ ທີ່ກຸງໂຊນ ປະເທດເກົາຫລີໃຕ້ ຍັງຢືນຢັນວ່າ ສະຫະຣັຖ ມີຄວາມມຸ້ງໝາຍ ທີ່ຈະເຈຣະຈາ ໂດຍກົງກັບ ເກົາຫລີເໜືອ ແຕ່ຢູ່ໃນຂອບເຂດ ຂອງກອງປະຊຸມ 6ຝ່າຍ ດັ່ງທີ່ເຄີຍມີ ໃນລະຍະຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.