ເກົາຫລີເໜືອ ບໍ່ໝັ້ນໃຈ ໃນກອງປະຊຸມ ອາຊ້ຽນ

ຣັຖມົນຕຣີ ກາຣຕ່າງປະເທສ ຂອງເກົາຫລີເໜືອ ປະຕິເສດບໍ່ໄປ ຮ່ວມກອງປະຊຸມ ອາຊ໊ຽນ ດ້ານຄວາມໝັ້ນຄົງ ໃນພູມີພາຄ ຊື່ງທາງກາຣໄທຽ ເປັນເຈົ້າພາບຈັດຂື້ນ ຢູ່ພູເກັດແຕ່ວັນທີ່ 19-23 ກໍຣະກະດາ ນີ້ ແຕ່ໄດ້ສົ່ງຄນະ ຜູ້ຕາງໜ້າ 5 ຄົນໄປແທນ ເພາະຢ້ານຈະຖືກ ກ່າວປະນາມ ແລະໂຈມຕີ.

0:00 / 0:00

ໃນຂນະດຽວກັນນັ້ນ ທ່ານ Pak Kun-Gwang ເອກອັຄຣາຊທູຕ ເກົາຫລີເໜືອ ປະຈຳບາງກອກ ຍັງໄດ້ປະຊຸມ ພົບພໍ້ເປັນ ກໍຣະນີພິເສດ ກັບທ່ານ Kasit Pirom ຣັຖມົນຕຣີ ກາຣຕ່າງປະເທສ ຂອງໄທຽ ເປັນເວລາປະມານ 30ນາທີ ຫລັງຈາກຄນະ ຜູ້ຕາງໜ້າທາງກາຣ ເກົາຫລີເໜືອ ເດີນທາງເຖີງພູເກັດໃນມື້ວັນພຸດ ຜ່ານມາ ເປັນກາຣຮຽກທວງ ຕໍ່ທາງກາຣໄທຽ ໄດ້ໃຫ້ຄວາມຄຸ້ມຄອງ ແລະ ບໍ່ໃຫ້ມີກາຣ ຍົກເອົາບັນຫາ ກາຣທົດລອງ ຈຣວຕຂີປະນາວຸທ ຂອງຕົນຂື້ນມາ ພິຈາຣະນາຫລື ຖົກຖຽງ ກັນໃນກອງປະຊຸມ ແຕ່ຢ່າງໃດ.

ກ່ຽວກັບເຣື່ອງນີ້ ທ່ານຊາວະນົນ ອິນທະຣາ ກຸມມະລີ ເລຂາທິກາຣຂອງ ຣັຖມົນຕຣີກາຣ ຕ່າງປະເທສໄທຽ ກໍໄດ້ແຈ້ງຕໍ່ທາງ ສື່ມວລຊົນວ່າ: ທາງກາຣໄທຽໄດ້ ໃຫ້ກາຣ ຢືນຢັນ ຕໍ່ທາງກາຣທູຕ ເກົາຫລີເໜືອວ່າ ກອງປະຊຸມ ດ້ານຄວາມໝັ້ນຄົງ ເປັນປະຫວັຕກາຣ ຄັ້ງນີ້ແມ່ນເພື່ອສ້າງ ສັນຕິພາບ ແລະ ເພີ່ມຂຍາຍສາຍ ກາຣພົວພັນໃຫ້ ແໜ້ນແຟ້ນກວ່າເກົ່າ.

ເຖີງຢ່າງໃດກໍຕາມ ຍານາງ Hillary Rodham Clinton ຣັຖມົນຕຣີກາຣ ຕ່າງປະເທສ ຂອງສະຫະຣັຖ ທີ່ເດີນທາງເຖີງ ປະເທສໄທຽ ເພື່ອເຂົ້າຮ່ວມ ກອງປະຊຸມດ້ານ ຄວາມໝັ້ນຄົງ ພູມີພາຄເອເຊັຽ ທີ່ມີກຳໜົດ ຈັດຂື້ນໃນມື້ ວັນພຸດນີ້ນັ້ນ ກໍໃຫ້ທັສນະ ເປັນຫ່ວງນຳບັນຫາ ທີ່ອາຈຈະມີ ກາຣພົວພັນແລະ ຮ່ວມມືທາງກາຣ ທະຫາຣ ຂອງ ພະມ້າ ແລະເກົາຫລີເໜືອ ດັ່ງກ່າວນັ້ນ ເຊັ່ນກັນ.