ສານພະມ້າ ຈະຟັງຄໍາອຸທອນ ມາດາມອອງຊານຊູຈິ
2009.12.22
ສານສູງຂອງພະມ້າ ຕົກລົງທີ່ຈະຮັບຟັງ ຄໍາຂໍອຸທອນ ກ່ຽວກັບໂທດກັກຂັງບໍຣິເວນ ມາດາມອອງຊານຊູຈິ ຫົວໜ້າພັກຝ່າຍຄ້ານ ຜູ້ຖືກຕັດສີນລົງໂທດ ກັກຂັງບໍຣິເວນ ຕໍ່ໄປອີກ 18 ເດືອນ ຍ້ອນມີການກ່າວຫາ ມາດາມ ໄດ້ຣະເມີດກົດໝາຍວ່າດ້ວຍ ຄວາມໝັ້ນຄົງ.
ທ່ານ Nyan Win ຜູ້ເປັນທະນາຍຄວາມ ຄາດການວ່າ ຈະໄດ້ສເນີຂໍອຸທອນ ນັ້ນຕໍ່ສານພາຍ ໃນ 1 ເດືອນ ຊຶ່ງໃນປັດຈຸບັນນີ້ ສານຍັງບໍ່ມີການ ກໍານົດວັນເວລາ ທີ່ຈະຮັບຟັງ ຄໍາຮ້ອງຮຽນນັ້ນເທື່ອ.
ມາດາມ ອອງຊານຊູຈິ ຜູ້ໄດ້ຮັບລາງວັນ ໂນແບວ ຂະແໜງສັນຕິພາບ ຖືກສານຕັດສິນລົງໂທດຈໍາຄຸກ 3 ປີ ແຕ່ຖືກອະພັຍໂທດ ດ້ວຍການກັກຂັງບໍຣິເວນ 18 ເດືອນ ເມື່ອເດືອນ ສິງຫາ ຜ່ານມາ ຖານອະນຸຍາດໃຫ້ ຜູ້ຊາຍອະເມຣິກັນຄົນນຶ່ງ ທີ່ລອຍໜອງນໍ້າຂ້າມໄປ ຢູ່ບ້ານພັກຂອງມາດາມ ທີ່ຢູ່ແຄມໜອງ 2 ວັນ. ສານເວົ້າວ່າ ນັ້ນເປັນການ ຣະເມີດກົດໝາຍ ວ່າດ້ວຍການປົກປ້ອງຣັດ ແລະ ຣະເມີດຣະບຽບການ ກັກຂັງບໍຣິເວນ.
ການຜ່ອນຜັນໂທດດັ່ງກ່າວ ທາງການທະຫານພະມ່າ ຖືວ່າ ເປັນສັນຍານ ທີ່ບົ່ງບອກເຖິງຄວາມ ນັບຖື ນາຍພົນ ອອງຊານ ວິຣະບຸຣຸດ ເພື່ອເອກກະຣາດ ຂອງພະມ້າ ຊຶ່ງເປັນບິດາ ຂອງມາດາມ ອອງຊານຊູຈິ.
ແຕ່ຄະນະທະນາຍຄວາມ ຂອງມາດາມ ເຫັນວ່າ ກົດໝາຍ ທີ່ໃຊ້ຕັດສິນນັ້ນ ໃຊ້ການບໍ່ໄດ້ ເພາະເປັນສ່ວນນຶ່ງ ຂອງຣັຖທັມມະນູນ ສະບັບປີ 1974 ທີ່ຖືກປ່ຽຍແທນ ໂດຍ ຣັຖທັມມະນູນພະມ່າ ປີ 2008.
ຄໍາຕັດສິນຂອງສານພະມ່າ ເຮັດໃຫ້ນາໆຊາດ ບໍ່ພໍໃຈ ໂດຍຖືວ່າ ເປັນຄວາມພະຍາຍາມ ຂອງທາງການ ທະຫານພະມ່າ ທີ່ຈະກັກຂັງ ມາດາມ ຕໍ່ໄປ ອັນເປັນການກີດກັ້ນ ບໍ່ໃຫ້ ມາດາມ ເຂົ້າຮ່ວມການເລືອກຕັ້ງ ຄັ້ງທໍາອິດຂອງພະມ່າ ໃນຮອບ 2 ທົສວັດ ຊຶ່ງກໍານົດຈັດຂຶ້ນໃນ ປີ 2010.