ມາເລເຊັຽເອົາມາຕກາຣ ກຳຈັດ ກາຣສໍ້ຣາສບັງຫລວງ

ທາງກາຣມາເລເຊັຽ ເອົາມາຕກາຣ ທີ່ພຍາຍາມກຳຈັດ ກາຣສໍ້ຣາສບັງຫລວງ ດັ່ງຈະເຫັນໄດ້ ໃນມື້ວັນອັງຄາຣ ນີ້ ທີ່ມີສະມາຊິກ ສະພາຄົນໜຶ່ງ ແລະຄນະນັກກາຣເມືອງ ຄົນອື່ນໆອີກ 5 ຄົນ ຖືກກ່າວຫາໃນຄະດີ ກາຣທຸຈຣິຕຕ່າງໆ ເປັນກາຣສ້າງພາບພົດ ໃນທາງລົບແກ່ທັງ ພັກກາຣເມືອງ ຮ່ວມຣັຖບາລປະສົມ ຂອງມາເລເຊັຽ ໃນປັຈຈຸບັນ ແລະ ພັກຝ່າຍຄ້ານ.
ຫວາດ ສີມູລ
2009.11.04

ທ່ານ Salehuddin Saidin ທະນາຍຄວາມຂອງ ທ່ານ Abdullah Rahman Rakri ສະມາຊິກສະພາ ສັງກັດ ພັກແນວໂຮມຊາຕ ມາເລຫລື UMNO ແຈ້ງຕໍ່ສື່ມວລຊົນວ່າ ລູກຄວາມຂອງຕົນໄດ້ ໃຫ້ປາກຄຳຕໍ່ ທາງກາຣສາລ ມາເລເຊັຽວ່າ ບໍ່ມີຄວາມຜິດ ຕາມທີ່ຖືກກ່າວຫາ ໄປນັ້ນແຕ່ຢ່າງໃດ.

ທ່ານ Abdullah ຖືກຈັບໃນຂໍ້ຫາ ທວງເອົາເງິນ 3,000ດອລລາຣ໌ ສະຫະຣັຖຈາກ ທາງກາຣ ໂດຽອ້າງວ່າຕົນໄດ້ ຈ່າຍລ່ວງໜ້າໄປ ສຳຫລັບໂຄງກາຣ ຕ່າງໆເຊັ່ນ: ໂຄງກາຣສຶກສາ ແລະອື່ນໆ ທີ່ວ່າໄດ້ຈັດຂຶ້ນ ໃນປີທີ່ຜ່ານມາ ແຕ່ບໍ່ປະກົດ ເຫັນເກີດເປັນຈິງ ແລະ ທ່ານກໍຖືກປະກັນ ຕົວອອກມາແລ້ວ ແລະ ວ່າຖ້າສາລຕັດສິນ ໃຫ້ມີຄວາມຜິດຕາມ ກາຣກ່າວຫານັ້ນ ທ່ານ Abdullah ອາຈຖືກຈຳຄຸກ ບໍ່ຕໍ່າກວ່າ20ປີ ໃນແຕ່ລະຄະດີ ພ້ອມກັບກາຣຖືກປົດ ອອກຈາກໜ້າທີ່ ໃນສະພາກໍເປັນໄດ້.

ສ່ວນຜູ້ຕ້ອງຫາອີກ 5ຄົນນັ້ນ ກໍມີຜູ້ຊ່ວຍງານຂອງ ທ່ານ Abdullah ຮວມຢູ່ດ້ວຍ ທີ່ຖືກກ່າວຫາ ສົມຮູ້ຮ່ວມຄິດ ແລະ ຖ້າມີຄວາມຜິດ ກໍອາຈໄດ້ຈຳຄຸກ ປະມານ1ປີ ເຊັ່ນດຽວກັບຜູ້ຕ້ອງຫາ ໃນຄະດີທີ່ ແຕກຕ່າງກັນ.

ຄາວທີ່ທ່ານ Najib Razak ນາຍົກຣັຖມົນຕຣີ ມາເລເຊັຽ ເຂົ້າຮັບຕຳແໜ່ງ ໃນຕົ້ນປີ 2009ນີ້ນັ້ນ ທ່ານໃຫ້ຄຳໝັ້ນສັນຍາ ທີ່ຈະກຳຈັດກາຣ ສໍ້ຣາສບັງຫລວງ ທຸກຊນິດຕາມມາຕກາຣ ໃຫ້ໝົດສິ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.