ອີຣ່ານ ຫ້າມສື່ມວນຊົນ ອອກຂ່າວ ໃນປະເທດ
2009.06.18

ທ່ານ David Dadge ຜູ້ອຳນວຍການ ສະຖາບັນ ດັ່ງກ່າວຖແລງ ເມື່ອວັນພຸດນີ້ວ່າ ການຫ້າມນັກຂ່າວ ຕ່າງປະເທດຢູ່ ອີຣານ ຈະບໍ່ໄດ້ຜົນ ເພາະ ໃນສມັຍນີ້ ການສົ່ງ ຂ່າວຣະຫວ່າງຊາດ ມີຫລາຍຮູບແບບ ຖ້າບໍ່ມີການ ຖ່າຍທອດສົດຫລື ບໍ່ມີນັກຂ່າວ ຣາຍງານໂດຍກົງ ຈາກສະຖານທີ່ ເກີດເຫດກໍຕາມ ໃຜໆກໍສາມາດ ສົ່ງຂ່າວໄປຕາມ ອິນເຕີແນ໊ຕ ແລະໂທຣະສັບ ມືຖືໄດ້ຢ່າງ ວ່ອງໄວແລະທັນໃຈ. ອີກຢ່າງນຶ່ງ ການຫ້າມນັກຂ່າວ ຕ່າງປະເທດ ຈະບໍ່ສົ່ງຜົນ ດີແນວໃດໃຫ້ ແກ່ທາງການ ອີຣານ.
ເມື່ອວັນອັງຄານ ທີ່ຜ່ານມາ ທາງການ ອີຣານ ໄດ້ປະກາດຫ້າມ ນັກຂ່າວ ສະຖານນີ ໂທຣະທັດ ວິທຍຸແລະໜັງສື ພິມຕ່າງປະເທດ ເຊັ່ນອົງການຂ່າວ CNNຂອງສະຫະ ຣັຖແລະ BCCຂອງອັງກິດ ບໍ່ໃຫ້ຕິດຕາມ ເອົາຂ່າວກ່ຽວກັບ ການປະທ້ວງຂອງ ຝ່າຍຄ້ານ ທີ່ບໍ່ພໍໃຈຕໍ່ ຜົນຂອງການ ເລືອກຕັ້ງເມື່ອ ສັປດາທີ່ແລ້ວ.
ທາງການອີຣານ ໃຫ້ເຫດຜົນວ່າ ອົງການ ຂ່າວຕ່າງປະເທດ ເປັນກະບອກສຽງ ໃຫ້ແກ່ພວກ ປະທ້ວງ ແລະຍຸຍົງສົ່ງເສີມ ໃຫ້ມີຄວາມ ວຸ້ນວາຍໃນ ອີຣານ. ແຕ່ຕໍ່ມາເມື່ອ ວັນພຸດ ປະກົດວ່າ ອົງການຂ່າວ ຕ່າງປະເທດ ເຊັ່ນ CNNກໍຍັງ ສາມາດຕິດຕາມ ສະພາບການຢູ່ ອີຣານ ໄດ້ເໜືອນເດີມໂດຍ ອາສັຍການສົ່ງ ຮູບພາບແລະສຽງ ຜ່ານ ທາງອິນເນີແນ໊ຕ ແລະ ໂທຣະສັບມືຖື. ແລະອີງຕາມ ແຫລ່ງຂ່າວຂອງ ສະຫະຣັຖ ດັ່ງກ່າວ ໃນວັນພຸດ ຍິ່ງມີການ ປະທ້ວງແຮງຂື້ນ ໃນຫລາຍໆເມືອງ ໃນອີຣານ.
ອີຣານ ເປັນປະເທດ ຜະເດັດການ ທັມມະດາແລ້ວ ຣັຖບານຈະ ບໍ່ຍອມໃຫ້ມີ ການປະທ້ວງຢ່າງ ເດັດຂາດ ແຕ່ເທື່ອນີ້ຍ້ອນ ຊາວໜຸ່ມໄວລຸ້ນ ສ່ວນຫລາຍ ນິຍົມຊົມຊອບ ຜູ້ສມັກ ປະທານາທິບໍດີ ຝ່າຍຄ້ານ ທີ່ນິຍົມການ ປະຕິຮູບ ແຕ່ຜູ້ສມັກ ຝ່າຍຄ້ານປລາໄຊ ໃນການເລືອກຕັ້ງ ແລະພວກປະທ້ວງ ເຊື່ອວ່າຜູ້ສມັກ ຝ່າຍຣັຖບານ ສໍ້ໂກງ ການເລືອກຕັ້ງ ສະນັ້ນພວກເຂົາ ຈຶ່ງປະທ້ວງ ຮຽກຮ້ອງໃຫ້ມີ ການນັບ ຄະແນນໃໝ່ ຫລືຈັດໃຫ້ມີ ການເລືອກຕັ້ງໃໝ່.