ກຸ່ມປົກປ້ອງສິດທິດມະນຸດ ເວົ້າວ່າ "ຄຸກລັບ" ຂອງຈີນ ຄວນຖືກທໍາລາຍ
2009.11.13
ຈີນ ຄວນທັບມ້າງ ຄຸກມືດ ລັບໆ ຂອງຕົນ ທີ່ໃຊ້ກັກຂັງ ຊາວຈີນ ທີ່ໜ້າສົງສານ, ອີງຕາມຄໍາເວົ້າ ຂອງ ກຸ່ມປົກປ້ອງ ສິດທິມະນຸສ ນາງໆຊາດ ໃນວັນພະຫັດນີ້, ໂດຍກົດດັນ ໃຫ້ຈີນ ສິ້ນສຸດ ການກັກຂັງ ໃນຄຸກມືດ ດັ່ງກ່າວ ກ່ອນການເດີນທາງ ໄປຢ້ຽມຢາມ ຈີນ ຂອງບາຣັກ ໂອບາມາ, ປະທານາທິບໍດີ ສະຫະຣັຖ.
ພວກທີ່ ເຄີຍຖືກກັກຂັງ ຢູ່ທີ່ນັ້ນ ເອີ້ນບ່ອນຄຸມຂັງ ດັ່ງກ່າວ ວ່າ ”ຄຸກມືດ” ຊຶ່ງເປັນສູນຄຸມຂັງ ຢ່າງບໍ່ເປັນທາງການ, ໂດຍສະເພາະ ທາງການຈີນ ໃຊ້ກັກຂັງ ພວກທີ່ ຮ້ອງຮຽນ ຄວາມເປັນທັມ ຕໍ່ກຸງປັກກິ່ງ ແລະ ເຈົ້າໜ້າທີ່ ທ້ອງຖິ່ນຕ່າງໆ. ແຕ່ ທາງການຈີນ ປະຕິເສດ ວ່າ ຄຸກດັ່ງກ່າວນັ້ນ ບໍ່ມີອີກຕໍ່ໄປແລ້ວ.
ພວກນັກເຄື່ອນໄຫວ ກ່າວວ່າ ຄຸກ ດັ່ງກ່າວ ຈະແອອັດ ທີ່ສຸດ ໃນເວລາ ທີ່ມີຄວາມວຸ້ນວາຍ ທາງການເມືອງ, ເປັນຕົ້ນແມ່ນ ລະຍະ ການຈັດກອງປະຊຸມໃຫຍ່ ແລະ ການຢ້ຽມຢາມ ຂອງເຈົ້າໜ້າທີ່ ຕ່າງປະເທດ, ໃນເວລາ ທີ່ພັກຄອມມິວນິດຈີນ ຢາກຈະໃຫ້ ປະເທດເຫລົ່ານັ້ນ ເຫັນວ່າ ໃນປະເທດຈີນ ມີຄວາມເປັນຣະບຽບຮຽບຮ້ອຍດີ.
ກຸ່ມປົກປ້ອງສິດທິມະນຸສ ກ່າວໃນຣາຍງານ ສະບັບໃໝ່ ວ່າ ສະຖານທີ່ ຄຸມຂັງຂອງຈີນ ດັ່ງກ່າວ ພາຍໃຕ້ ການຄວບຄຸມຂອງເຈົ້າໜ້າທີ່ ແລະ ຜູ້ຄຸມຄຸກ ເພື່ອກັກຂັງ ພວກທີ່ຮ້ອງຮຽນ ຕໍ່ຣັຖບານ, ບາງເທື່ອກໍທໍຣະມານ ຂະເຈົ້າ ຢ່າງຜິດກົດໝາຍ ແລະ ຂົ່ມຂູ່ເອົາເງິນ ຈາກຂະເຈົ້າ.
ເຖິງຢ່າງໃດ ກໍຕາມ, ທ່ານ ໂອບາມາ ກ່າວຕໍ່ແຫລ່ງຂ່າວ ຣອຍເຕີ ວ່າ ທ່ານ ຈະກົດດັນ ຈີນ ກ່ຽວກັບ ການປະຕິບັດ ດ້ານສິດທິມະນຸສ ໃນຣະຫວ່າງ ການຢ້ຽມຢາມ ຂອງທ່ານ.