ອົງການເສຣີພາບ ສື່ມວນຊົນ

ອົງການສິດເສຣີພາບ ຫລື Freedom House ອອກບົດຄວາມ ທີ່ມີຫົວຂໍ້ວ່າ “30 ມື້ຂອງເສຣີພາບ ສື່ມວນຊົນ”
ໂພໄຊສວັດ
2010.04.06

ເພື່ອຣະລຶກເຖິງ ມື້ຄົບຮອບ 30 ປີ ຂອງການສຳຣວດ ເສຣີພາບດ້ານ ສື່ມວນຊົນ, ອົງການສິດເສຣີພາບ ໄດ້ອອກບົດຄວາມ ສັ້ນມີຫົວຂໍ້ວ່າ “30 ມື້ຂອງເສຣີພາບ ສື່ມວນຊົນ” ເປັນການຂຽນ ບົດຄວາມສັ້ນ ເພື່ອສະທ້ອນເຖິງ ການພັທນາ ເສຣີພາບຂອງ ສື່ມວນຊົນ ໃນທົ່ວໂລກ ພາຍໃນ 30 ປີຜ່ານມາ.

ບົດຄວາມດັ່ງກ່າວ ຈະເປັນເຣື້ອງໃໝ່ ທຸກໆມື້ ຈົນເຖິງມື້ ເສຣີພາບຂອງ ສື່ມວນຊົນໂລກ ວັນທີ 3 ພຶສພາ 2010 ທີ່ຈະເນັ້ນກ່ຽວກັບ ການພັທນາເສຣີພາບ ຂອງສື່ມວນຊົນ ທີ່ໄດ້ເກີດຂຶ້ນ ທຸກໆປີ ໃນການສຳຣວດ ພາຍໃນ 30 ປີຜ່ານມາ. ຈາກເຫດການຕ່າງໆ ທີ່ໄດ້ເກີດຂຶ້ນກັບ ສື່ມວນຊົນ ນັບຕັ້ງແຕ່ ທ້າຍຊຸ່ມປີ 1970 ເປັນຕົ້ນມາ ຈົນເຖິງ ປັດຈຸບັນນີ້ ທີ່ມີເຫດການ ສຳຄັນ ສຳຄັນ ເກີດຂຶ້ນກ່ຽວກັບ ຂະບວນການ ເສຣີພາບຂອງ ສື່ມວນຊົນ.

ຍານາງ Karin Karlekar ຜູ້ອຳນວຍການ ອົງການສິດເສຣີພາບ Freedom House ກ່າວວ່າ ບາງທີອາດຈະ ບໍ່ມີສິດເສຣີພາບ ອັນນຶ່ງອັນດຽວ ທີ່ຈະສາມາດ ມີຄຸນຄ່າ ໃນການ ຮັກສາປ້ອງກັນ ສິດທິມະນຸດ ແລະ ປະຊາທິປະໄຕ ໄດ້ຫລາຍກວ່າ ເສຣີພາບຂອງ ສື່ມວນຊົນ. ມັນໄດ້ຮວບຮວມ ເອົາການປ່ຽນແປງ ທາງດ້ານເສຣີພາບ ຂອງ ສື່ມວນຊົນ ບໍ່ວ່າຈະທາງ ບວກຫລືທາງລົບ ພາຍໃນ 30 ປີຜ່ານມາ ແລະເຂົ້າໃຈໃນ ເຫດການ ແລະເລັ່ງໃຫ້ອ້າງ ວ່າສາມາດ ສົ່ງເສີມ ສິດເສຣີພາບ ທາງ ການປາກເວົ້າ ອອກຄວາມຄິດ ຄວາມເຫັນໄດ້.

ເສຣີພາບຂອງ ສື່ມວນຊົນ ມີຂໍ້ມູນທີ່ ຄົບຖ້ວນ ກ່ຽວກັບສື່ມວນຊົນ ທົ່ວໂລກ ແລະເປັນແຫລ່ງ ສຳລັບ ນັກວິຊາການ, ນັກນະໂຍບາຍ ແລະ ສະຖາບັນ ນາໆຊາດຕ່າງໆ. ນັບແຕ່ໄດ້ເລີ້ມ ເຮັດການ ສຳຣວດມາແຕ່ ຊຸ່ມປີ 1980 ກໍໄດ້ມີຄວາມ ກ້າວໜ້າ ດ້ານເສຣີພາບ ຂອງສື່ມວນຊົນ ເພີ້ມຂື້ນເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.